ເຮືອນໃດມີລູກອ່ອນລູກນ້ອຍກຳລັງດື້ ເບິ່ງໄວ້ເດີ້ ເປັນອຸທາຫອນສອນໃຈ ຜູ້ເປັນພໍ່ແມ່ໃຈແທບສະລາຍ.ບ້ານໃດມີລູກນ້ອຍ ເບິ່ງບັກສຽບ ແລະ ອຸປະກອນໄຟຟ້າດີໆ ໃນວັນທີ 22/02/2021 ທີ່ຜ່ານມາ ເດັກນ້ອຍອາຍຸ 2 ປີກວ່າ ໄດ້ເອົາບ່ວງໄປຫຼີ້ນ ແລ້ວແຍໃສ່ປັກສຽບໄຟ ຈົນເກີດເຫດການ ອັນເສົ້າສະລົດໃຈເກີດຂື້ນ (ເຫດການນີ້ເກີດຂື້ນທີ່ຕ່າງປະເທດ) ຂໍສະແດງຄວາມເສຍໃຈກັບການສູນເສຍດ້ວຍ ຂໍໃຫ້ນ້ອງໄປສູ່ສຸຂະຕີ
ອ່ານຕື່ມຊ່ວຍກັນແຊຣເຕຶອນ !!!ຜູ້ທີ່ມັກກິນ ແຈ່ວເສສວນປອມກຳລັງລະບາດຢູ່ລາວ.
ຊ່ວຍກັນແຊ ຂ່າວເຕືອນ ແຈ່ວຈີນ ແລະ ຈຸ່ມຈີນຂອງປອມລະບາດໜັກໃນ ສປປ ລາວ ພາໃຫ້ເກີດເປັນມະເຮັງ ເປັນກ້ອນເບົ້າພະຍາດຍິງ ພະຍາດໄສ້ອຸດຕັນ ພາໃຫ້ເກີດໄຂມັນເປື້ອນຕົກຄ້າງໃນຮ່າງກາຍ ຄວນລະວັງກ່ອນບໍລິໂພດ. ກົມການຄ້າພາຍໃນຈັດພິທີທຳລາຍສິນຄ້າເຄື່ອງບໍລິໂພກປະເພດແກ່ນຕາເວັນ ແລະ ເຄື່ອງປຸງແຕ່ງອາຫານມີເຄື່ອງໝາຍການຄ້າເສສວນ ທີ່ປຸງແຕ່ງ, ບັນຈຸຫຸ້ມຫໍ່, ປອມແປງ-ຮຽນແບບ ແລະ ລະເມີດເຄື່ອງໝາຍການຄ້າ …
ອ່ານຕື່ມມີໝາໃຫ້ລະວັງ ມີຄົນບໍ່ຫວັງດີຂີ່ລົດເລາະວາງຢາໝາ
ຈາກຜູ້ໃຊ້ເຟສບຸກຂອງBibi Dangmany ໄດ້ໂພສເຕືອນໄພ ສຳລັບບ້ານໃດທີ່ມີຫມາໃຫ້ລະວັງ ມີຄົນບໍ່ຫວັງດີຂີ່ລົດເລາະຕາມຮ່ອມບ້ານເຮືອນຄົນ ເພື່ອວາງຢາຫມາ ເຊິ່ງວ່າຫມາບ້ານຂ້າພະເຈົ້າໄດ້ຖືກສອງໂຕ, ໂຕຫນຶ່ງເສຍຊີວິດ ແລະ ອີກໂຕຫນຶ່ງອາການສາຫັດ. ຂີ່ລົດມາວາງຢາຕອນ2ໂມງກາງຄືນເພື່ອຫວັງຢາກໄດ້ໝາສີດຳແຕ່ມັນບໍ່ກິນ ເຫດການເລີຍແກ່ຍາວມາຮອດຕອນເຊົ້າທີ່ປ່ອຍໝາໃນບ້ານ4ໂຕອອກມາປົກກະຕິ. ໝາ(ໂຕທີ່ຕາຍ)ໄດ້ມາກິນເອົາເສດອາຫານທີ່ມັນຖິ້ມໄວ້ມື້ຄືນ (ເບິ່ງໃນວິດິໂອ) ແລ້ວຫຼັງຈາກນັ້ນ4-5ນາທີອາການຊັກເລີ່ມອອກ. ໂດຍວິທີການຂອງມັນແມ່ນເອົາຢາຍັດໃສ່ໃນອາຫານແລ້ວຫໍ່ເຈ້ຍໄວ້ ຖ້າຫມາກິນແລ້ວຈະມີອາການຊັກ, ນ້ຳລາຍຟູມປາກ, ຮາກ. ວິທີຮັບມືເບື້ອງຕົ້ນແມ່ນໃຫ້ຂ້ຽວລ້າງທ້ອງ …
ອ່ານຕື່ມໂຫ່ຂອງກິນທຸກມື້ໄດ໋ນີ…!!! ກວດພົບສານເຄມີຕົກຄ້າງຢູ່ໃນພືດ-ຜັກ ແລະ ໝາກໄມ້ ຢູ່ທີ່ຕະຫຼາດລາວ-ອົດຊີ
ສູນປ້ອງກັນພືດສາລາຄໍາ ກົມປູກຝັງ ກະຊວງກະສິກໍາແລະປ່າໄມ້ແຈ້ງໃຫ້ຮູ້ວ່າ: ໄດ້ກວດພົບສານເຄມີຕົກຄ້າງຢູ່ໃນພືດ-ຜັກ ແລະ ໝາກໄມ້ ຢູ່ທີ່ຕະຫຼາດລາວ-ອົດຊີ ໂດຍໄດ້ເກັບກໍາເອົາ 15 ຕົວຢ່າງ ມາກວດຊຶ່ງພົບວ່າມີສານເຄມີຕົກຄ້າງແຕ່ມີປະລິມານໜ້ອຍຢູ່ໝາກເຜັດນ້ອຍ ທີ່ນໍາມາຈາກເມືອງກາສີ ແຂວງວຽງຈັນ ພາຍຫຼັງທີ່ຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຮ່ວມກັບ ສູນປ້ອງກັນພືດສາລາຄໍາ ແລະ …
ອ່ານຕື່ມລາວກວດພົບຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 8 ກໍລະນີ
ລາວກວດພົບຜູ້ຕິດເຊື້ອໄຂ້ຍຸງລາຍເພີ່ມອີກ 8 ກໍລະນີ ຕາມການລາຍງານຈາກ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃນວັນທີ 29 ມັງກອນ 2021 ໃຫ້ຮູ່ວ່າ: ໃນວັນທີ 28 ມັງກອນ 2021 ສປປ …
ອ່ານຕື່ມເຕືອນໄພ! ໂ ຈ ນ ອອກອາລະວາດໃຊ້ ປື ນ ປຸ້ ນ ຊິ ງ ຊັ ບ ຕາມຮ້ານຕ່າງໆ (ມີຄລິບ)
ເປັນຂ່າວ ອຸທາຫອນ ແກ່ທຸກທ່ານ ເມື່ອຜູ່ໃຊ້ເຟສບຸກ Laos Neutrino ໄດ້ໂພດຄລິບເຕືອນໄພ ກັບເຫດການ ຊາຍໃຈກ້າ ໃຊ້ ອ າ ວຸ ດ ປື ນ (ບໍ່ຮູ້ວ່າ ປື ນ ແທ້ຫຼື …
ອ່ານຕື່ມເຕືອນໄພ…!!! ລະວັງມິດສາຊີບຮູບແບບໃໝ່ ຫາກພົບເຫັນການແຊັດມາແບບນີ້ ໃຫ້ລະວັງມີສະຕິ ຢ່າຫຼົງເຊື່ອເດັດຂາດ
ເຕືອນໄພລະວັງມິດສາຊີບອັນຕະລາຍຫຼາຍແບບນີ້ ຫາກພົບເຫັນການແຊັດມາແບບນີ້ ໜ້າເປັນຫ່ວງຜູ້ເຖົ້າຜູ້ແກ່ບໍ່ຮູ້ອີໂນ່ອີເນ່ ຖ້າເປັນໄວລຸ້ນກະຄືຊີໄຄແດ່ ແນວໃດກໍ່ຂໍໃຫ້ລະວັງເດີ້ຖ້າພົບແບບນີ້ + ຖ້າພົບໃຫ້ເຮັດແບບນີ້: 1. ໃຫ້ເຊບເບີທີ່ສົ່ງມາໄວ້ເປັນຫຼັກຖານ 2. ຫ້າມໃຫ້ຂໍ້ມູນໃດໆ 3. ພະຍາຍາມສອບຖາມຂໍ້ມູນຄົນທີ່ສົ່ງມາຫາໃຫ້ໄດ້ຫຼາຍທີ່ສຸດເພື່ອນນຳເປັນຫຼັກຖານໃຫ້ທາງເຈົ້າໜ້າທີ່ນຳຫາບຸກຄົນດັ່ງກ່າວ + ຕາມທຳມະດາແລ້ວຈະບໍ່ມີແບບນີ້: – ທາງເຈົ້າໜ້າທີ່ຫຼືພະນັກງານ ຈະບໍ່ມີສິດໃນການສອບຖາມຂໍ້ມູນລູກຄ້າ – ການແຈ້ງເຕືອນຈະມາໃນຮູບແບບຂໍ້ຄວາມໃນແອັບພິເຄຊັນເທົ່ານັ້ນ
ອ່ານຕື່ມເຕືອນເດີ! ລົດເສຍຫຼັກທີ່ທາງດ່ວນຕໍາຮາວຂ້າງທາງແລະນໍ້າມັນເຮ່ຍຖືກປັບໃໝ 19 ລ້ານກີບ
ບົດຮຽນຈາກ ຜູ່ຂັບຂີ່ ທີ່ເກີດອຸບັດຕິເຫດ ເສຍຫຼັກ ໃນວັນທີ 16 ມັງກອນ 2021 ຜ່ານມາ ທີ່ເຂດທາງດ່ວນວຽງຈັນວັງວຽງ, ເຮັດໃຫ້ຮາວກັ້ນທາງເພ ແລະ ນໍ້າມັນເຮ່ຍໃສ່ທາງ, ຖືກປັບໃໝ 19 ລ້ານກີບ! ຜູ່ເສຍຫາຍໄດ້ເລົ່າສູ່ຟັງວ່າ: ສະບາຍດີແອັດ! ພໍດີນ້ອງຂີ່ລົດຢູ່ທາງດ່ວນ ເຮັດລົດເສຍຫລັກໄປຕຳເອໄາຮາວ …
ອ່ານຕື່ມແຈ້ງເຕືອນໄພອາກາດໜາວ ປະຈໍາວັນທີ 17 ມັງກອນ 2021
ແຈ້ງເຕືອນໄພອາກາດໜາວ ປະຈໍາວັນທີ 17 ມັງກອນ 2021 ມວນອາກາດໜາວເຢັນທີ່ປະເທດຈີນໄດ້ເພີ່ມກຳລັງແຮງຂື້ນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຈະໜາວເຢັນລົງ 1 ຫາ 4 ອົງສາຢູ່ໃນແຕ່ລະ ພາກ ແລະ ອາກາດຈະໜາວເຢັນຫຼາຍຢູ່ແຂວງພາກເໜືອດ້ານຕາເວັນອອກ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ …
ອ່ານຕື່ມເກີດເຫດ! ລົດກະບະວີໂກ້ ຖອຍຕົກລົງຂອບທາງ ທ່າເຮືອບັກ ຝັ່ງບ້ານຊຽງແມນ 14/01/2021
ໃນຕອນເຊົ້າ ວັນທີ 14 ມັງກອນ 2021 ເກີດອຸບັດເຫດລົດກະບະ Vigo ຖອຍຕົກລົງຂອບທາງ ທ່າເຮືອບັກ ຝັ່ງບ້ານຊຽງແມນ ເມືອງຈອມເພັດ ແຂວງຫລວງພະບາງ . ຈາກອຸປະຕິເຫດຄັ້ງນີ້ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ,ໃຫ້ມີສະຕິເດີ້ອຸປະຕິເຫດເກີດຂຶ້ນໄດ້ຕະຫຼອດເວລາ
ອ່ານຕື່ມ