ແຊ ແຊ ແຊຈາກຊີວິດເດັກນ້ອຍຜູ້ຫນື່ງ ທີ່ເກີດມາບໍ່ສົມບູນແບບ ນັ້ນກໍ່ຄືການໃຊ້ຊີວິດແບບລົບ!ລົບຊ້ອນໆບໍ່ຄືຄົນອື່ນເປັນແບບນິແລະການຜ່ານອຸປະສັກມາຫລາຍ ມາຮອດຕອນຂ້ອຍອາຍຸ16~17ກະໃຫ່ຍແລ້ວກະເລີມຮູ້ຈັກແຕ່ງຕົວຂຶ້ນ

ຢາກຖາມວ່າການທີ່ເກີດມາເປັນເພດທີ3ແບບນິລະມັນຜິດຫວາ ມັນເຮັດໃຫ້ຄົນອື່ນເຊື່ອມເສຍຫວາ ຂ້ອຍເປັນໂຕລະລົກຫວາ ມັນເຮັດໃຫ້ເຈົ້າຢູ່ຢາກຫວາ ທຸກຄົນນະກະບໍ່ຢາກເກີດມາເປັນດອກແຕ່ມັນເລືອກເກີດບໍ່ໄດ້ ຖ້າເລືອກໄດ້ຂ້ອຍກະເກີດເປັນຜູ້ຍີງແລ້ວ .ແຕ່ຕອນນິກະໄດ້ອາຍຸ20ປີ

ຂອບໃຈຄຳບູລີ້ຄຳດູຖູກໃນມື້ນັ້ນທີ່ເຮັດໃຫ້ຂ້ອຍມີແຮງກຳລັງໃຈລຸກຂຶ້ນຕໍ່ສູ້ຈົນມາຮອດມຶ້ນີ້ ທີ່ສຳຄັນບໍ່ມີໃຜເຂົ້າໃຈເຮົາຊ່ຳພໍ່ແມ່ເອື້ອຍເຮົາດອກ ສະນັ້ນແລ້ວຕຸ່ນຢາກໃຫ້ທຸກຄົນເຊົາບູລີ້ເພດທີ3ໄດ້ແລ້ວ

ທຸກຄົນເກີດມາກະຢາກມີຄວາມເທົ່າທຽມກັນເປັນກະເທີຍບໍ່ເຊົາໄວຄືເປັນໄຂ້ດອກທຸກຄົນກະບໍ່ຢາກເກີດມາເປັນແບບນິ ແຕ່ມັນກະເປັນໄປແລ້ວ ຂໍແຕ່ເຮັດໃນມື້ນິໃຫ້ດີທີ່ສຸດ

ຄົນຮັກເຮົາກະມີຄົນຊັງເຮົາກະມີ ີເຮົາບໍ່ສາມາດເລືອກເກີດໄດ້ແຕ່ສາມາດເປັນຄົນດີໄດ້☺️😪😪😪❤️

ຂອບໃຈຄຳບູລີ້ມື້ນັ້ນທີ່ເຮັດໃຫ້ມີມື້ນິ🥰❤️ແຊໆ
