ແຈ້ງຂ່າວມໍລະນະພາບ ຈຶ່ງຂໍແຈ້ງຂ່າວປ່າວເຕືອນໃຫ້ຄູບາອາຈາຣຍ໌ ແລະ ຍາດໂຍມທັງຫລາຍໄດ້ຮັບຮູ້ທົ່ວເຖິງກັນເພື່ອຈະໄດ້ເສຍສະຫຼະເວລາອັນມີຄ່າຂອງທ່ານມາຮ່ວມກິນຮ່ວມທານນຳກັນ

• ຂ້ານ້ອຍ/ອາຕະມາຂໍຕາງໜ້າໃຫ້ເຈົ້າຄະນະ ເຂດ3ສີໄຄ, ເມືອງສີໂຄດຕະບອງ ພ້ອມດ້ວຍຄະນະ ແລະ ພຣະສົງສາມະເນນພາຍໃນວັດສີບຸນເຮືອງທ່າ.
• ເລື່ອງ: ຂໍແຈ້ງຂ່າວມໍລະນະພາບ ເລື່ອງທີ່ເສົ້າສະຫຼົດໃຈໃນຄັ້ງນີ້ ເພື່ອໃຫ້ຄູບາອາຈາຣຍ໌ ແລະ ຍາດໂຍມສາທຸຊົນທັງຫຼາຍໄດ້ຮັບຮູ້ນຳກັນວ່າ: ຍາພໍ່ສີສຸພັນ ສິຣິປັນໂຍ ເກີດເມື່ອວັນທີ 03 ມີນາ ປີຄສ 1957 ທີ່ບ້ານເມືອງວາທົ່ງເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພິ່ນໄດ້ມາຈຳພັນສາ ຢູ່ທີ່ວັດສີບຸນເຮືອງ ເມືອງສີໂຄດຕະບອງ ນະຄອນຫຼວງວວຽງຈັນ.

ໄດ້ມໍລະນະພາບແລ້ວໃນເວລາ 06:00 ໂມງເຊົ້າ ຂອງວັນທີ 08 ມີນາ ປີ2021 ເຊິ່ງລວມມາຍຸ/ອາຍຸໄດ້ 64 ປີ,28 ວັດສາ/ພັນສາ ດ້ວຍໂຣຄຊະຣາ ປັຈຈຸບັນນີ້ພະສົບເພິ່ນໄດ້ບຳເພັນກຸສົນໄວ້ທີ່ ວັດສີບຸນເຮືອງທ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
√ ວັນຊາປະນະກິດສົບມີລາຍລະອຽດດັ່ງນີ້:~ມື້ຂື້ນ02ຄ່ຳເດືອນ05 ພສ 2564 ກົງກັບ ວັນທີ15 ມີນາ ປີ ຄສ 2021 ໃນເວລາ14:00 ໂມງ, ເຄື່ອນຍ້າຍພະສົບໄປສູ່ຊາປະນະສະຖານ( ເດີນທ່າວັດສີບຸນເຮືອງ) ແລະ ເປິດໃຫ້ສາທຸຊົນອອກຕົນຍາດໂຍມ ວາງດອກໄມ້ທູບທຽນ.
ເວລາ19:00ໂມງ ວາງເພີງຮ້ອນ.~ມື້ຂື້ນ03ຄ່ຳ,ເດືອນ05 ພສ 2564 ກົງກັບ ວັນທີ17ມີນາ ປີ ຄສ 2021 ເວລາ 07:30 ໂມງ ເກັບອັດຖິ~ມື້ຂື້ນ04ຄ່ຳ,ເດືອນ05 ພສ 2564 ກົງກັບ ວັນທີ17ມີນາ ປີ ຄສ 2021 ເວລາ07:00 ໂມງ ມີພິທີໃສ່ບາດຖວາຍສັງຄະທານ ແລະ ວັດຖຸທານຕ່າງໆ.

√ ດັ່ງນັ້ນ: ຈຶ່ງຂໍແຈ້ງຂ່າວປ່າວເຕືອນໃຫ້ຄູບາອາຈາຣຍ໌ ແລະ ຍາດໂຍມທັງຫລາຍໄດ້ຮັບຮູ້ທົ່ວເຖິງກັນເພື່ອຈະໄດ້ເສຍສະຫຼະເວລາອັນມີຄ່າຂອງທ່ານມາຮ່ວມກິນຮ່ວມທານນຳກັນ.
#ຮ່ວມກິນຮ່ວມທານ✓ ເບີໂທຣ 02077858029 ສີລະວັດຕ້ອມ.
ແຈ້ງຂ່າວ: Sivixay Bouvong
08/03/2021 / 2564