ນັບເປັນຄວາມສຳເລັດຂອງຊາວບ້ານ ກະເສດຢັ້ງຢືນ ເຄີຍປະສົບບັນຫາກັບດິນເສຍດິນໂຊມ ນາ 1 ໄລ່ໄດ້ເຂົ້າ 60 ກກ ຈົນມີໜີ່ສິນຫຼາຍ ຈົນກະທັ້ງພົບວິທີຟື້ນຟູສະພາບດິນ ໃຊ້ວິທີທຳມະຊາດບຳບັດ

ເຮັດຈຸລິນຊີໜໍ່ກ້ວຍ ເຮັດໃຫ້ຜືນດິນນາ 1 ໄລ່ ໄດ້ຮັບຜົນຜະລິດເພີ່ມສູງຂື້ນເຖິງ 1000 ກກ/ໄລ່ ສູດທີ່ວ່ານີ້ ໃຊ້ໜໍ່ກ້ວຍໝົດທັງເງົ່າ,ຮາກແລະລຳຕົ້ນສູງບໍ່ໃຫ້ກາຍ 1 ແມັດ

ນຳມາຊອຍຕຳໃຫ້ມຸ້ນລະອຽດໃຫ້ໄດ້ຈຳນວນ 3 ກກ ປະສົມກັບກາກນ້ຳຕານ 10 ລິດ ໝັກໄວ້ໃນຖັງປະໄວ້ໃນບ່ອນຮົ້ມອາກາດຖ່າຍເທດີ ໃຊ້ໄມ້ຄົນທຸກວັນໃຫ້ເຂົ້າກັນ ເມື່ອຄົບ 7 ວັນ

ແລ້ວນຳມາບີບກັ່ນຕອງຈະໄດ້ນ້ຳຫົວເຊື້ອ ສ່ວນກາກທີ່ເຫຼືອໃຊ້ສາດຫວ່ານລົງຜືນນາ ນ້ຳຫົວເຊື້ອໃຊ້ປະສົມກັບນ້ຳ 5 ລິດ / 1 ໄລ່ ເຮັດໃຫ້ຄວາມເປັນກົດ,ເປັນດ່າງໃນດິນຈາກແຕ່ເກົ່າມີຄ່າ(ph)ເຮັດໃຫ້ປູກພືດໄດ້ງອກງາມ

ສ່ວນຕົ້ນໄມ້ໃຫ້ໝາກຕ້ອງມີຮໍໂມນເສີມ ເປີດຕາ ,ດອກ ,ໝາກ ໂດຍໃຊ້ໄຂ່ເບີ 2 ຈຳນວນ 3 ໜ່ວຍ ຕີໃຫ້ເຂົ້າກັນ ໃສ່ກາກນ້ຳຕານ 5 ລິດຄົນໃຫ້ເຂົ້າກັນແລ້ວຕຳເປືອກໄຂ່ຖອກລົງໄປໝັກໃນຖັງຂະໜາດ 20 ລິດ

ປິດຝາໃຫ້ແໜ່ນປະໄວ້ບ່ອນຮົ້ມ ໝັກປະໄວ້ 2 ອາທິດ ເວລາໃຊ້ໃນອັດຕາ 1 ຂວດກະທິງແດງປະສົມກັບນ້ຳ 20 ລິດ ສິດພົ້ນຈະຊ່ວຍເພີ່ມ ຕາ ,ດອກ ຂອງພືດໄດ້ດີ ເຮັດໃຫ້ອອກດອກອອກໝາກດົກ ແຂງແຮງບໍ່ຫຼຸດບໍ່ລ້ວງງ່າຍ.
Southern times