ສາຍລົດນໍ້າໝັກທີ່ກຳລັງມອງຫາເມນູເພື່ອສຸຂະພາບ ກິນແລ້ວຫ່າງໄກໂລກອ້ວນ ມາທາງນີ້ເລີຍ ເຮົາມີ7 ສຸດຍອດອາຫານທີ່ຮັບປະກັນວ່າກິນແລ້ວດີຕໍ່ສຸຂະພາບມາຝາກກັນ

ອາຫານເຫຼົ່ານີ້ຮັບຮອງແຄຮລໍຮີ່ຕໍ່າ ດີຕໍ່ສຸຂະພາບເຕັມໆ ຄຳ ກິນ ແລ້ວທັ້ງບໍາລຸງສຸຂະພາບ ແລະ ບໍ່ເຮັດໃຫ້ອ້ວນງ່າຍແນ່ນອນ ນໍາໄປປະຍຸກເປັນສ່ວນປະກອບໃນເມນູອາຫານຄຮີນ ເພື່ອຫຸ່ນງາມກໍຍັງໄດ້ ເອົາລະ ມາເບີ່ງກັນດີກວ່າມີຫຍັງແດ່
1.ສົ້ມ
ດ້ວຍປະລິມານວິຕາມິນC ແລະ ກາກໃຍສູງ ສົ້ມຈື່ງຖືເປັນຫມາກໄມ້ທີ່ກິນໄດ້ທຸກມື້ ໂດຍບໍຕ້ອງຍ້ານອ້ວນ ນອກຈາກຈະໄດ້ປະໂຫຍດຈາກວິຕາມິນCໃນການເຮັດໃຫ້ຮ່າງກາຍສົດຊື່ນແລ້ວ ກໍຍັງຊ່ວຍໃຫ້ເລື່ອງຂອງການອອກການຂັບຖ່າຍ ແລະ ປ້ອງກັນມະເຣັງລໍາໄສ້ໄດ້ດ້ວຍ
2.ເຂົ້າກ່ອງ
ການກິນອາຫານລົດນໍ້າໝັກ ບໍ່ຈຳເປັນຕ້ອງກິນເຂົ້າຂາວສະເໝີໄປ ໃນສ່ວນຂອງເຂົ້າແນະນໍາເປັນເຂົ້າກ່ອງເພາະຈະເຮັດໃຫ້ຮ່າງກາຍດູດຊຶມຍ່າງຊ້າໆ ຊື່ງຈະປ້ອງກັນໂລກມຶ່ນຊາ ແລະ ຊ່ວຍຍ່ອຍອາຫານໄດ້ເປັນຢ່າງດີ ນອກຈາກນີ້ຍັງຊ່ວຍເສີມສ້າງຄວາມແຂງແຮງໃຫ້ກັບຫົວໃຈ ປ້ອງກັນອັນຕະລາຍສ່ຽງໃນການເກີດໂລກຫົວໃຈ ແລະ ຊ່ວຍຫຼຸດລະດັບນໍ້າຕານໃນເລືອດໄດ້
3. ທັນຍາພຶດ
ອີກແຫຼ່ງຂອງພະລັງງານທີ່ດີແກ່ຮ່າງກາຍໂດຍທີ່ບໍ່ເຮັດໃຫ້ອ້ວນງ່າຍ ສຳລັບທັນຍາພຶດປະເພດຖົ່ວ,ງາ,ສາລີ ຮັບປະທານແລ້ວຈະລົດລະດັບນໍ້າຕານ ແລະ ໄຂມັນໃນເລືອດ ອີກທັງຍັງຊ່ວຍບໍາລຸງສະໝອງໃຫ້ເກີດຄວາມຈໍາ ແລະ ປະສິດທີພາບໃນການຮຽນຮູ້ທີ່ດີຫລາຍຂື້ນ
4.ຊີ້ນປາ
ໃນຊີ້ນປາມີປະລິມານໄຂມັນໂອເມກ້າ 3 ທີ່ມີຊັບພະຄຸນໃນການບໍາລຸງສະໝອງ ເສີມສ້າງການຮຽນຮູ້ທັງໄລຍະສັ້ນ ແລະ ໄລຍະຍາວ ອີກທັງຍັງຮັບປະທານໄດ້ໂດຍບໍຕ້ອງຍ້ານອ້ວນ ເພາະຊີ້ນປາມີໂປຮຕີນສູງ ແລະ ໄຂມັນຕໍ່າ ຍ່ອຍງ່າຍກວ່າຊີ້ນສັດປະເພດອື່ນໆ
5. ໄຂ່ໄກ່
ເອີ້ນວ່າເປັນສຸດຍອດອາຫານທີ່ຢູ່ຄູ່ຄົວສາຍຄຮີນມາຍ່າງຍາວນານ ເພາະສາມາດນໍາໄປປະຍຸກເຮັດເມນູອາຫານໄດ້ຫລວງຫລາຍ ບໍ່ວ່າຈະເປັນໄຂ່ຕົ້ມ,ໄຂ່ຕຸ໋ນ ແລະ ໄຂ່ກະທະ ໂດຍໂປຮຕີນໃນໄຂ່ນັ້ນຈະຊ່ວຍເສີມສ້າງກ້າມຊີ້ນ ແລະ ຊ້ອມແຊມສີ່ງທີ່ຫຸ້ຍຫ້ຽນ ນອກຈາກນີ້ຍັງມີທາດເຫລັກທີ່ຊ່ວຍປ້ອງກັນໂລກເລືອດຈາງ ແລະ ເສີມສ້າງການເຮັດວຽກຂອງດວງຕາໄດ້ເປັນຢ່າງດີ
6.ໝາກອຶ
ມີຊັບພະຄຸນຊ່ວຍປ້ອງກັນຄວາມເຊື່ອມສະພາບຂອງເຊວຕ່າງໆ ໃນຮ່າງກາຍ ແລະ ອຸດົມໄປດ້ວຍເບຕ້າແຄໂລທິນ ຊື່ງເຮັດໝ້າທີ່ໃນການບໍາລຸງສາຍຕາໃນສະໝອງເຫັນໄດ້ຊັດເຈນຫລາຍຂື້ນ ອີກທັງຍັງປ້ອງກັນໂລກທີ່ກ່ຽວກັບລະບົບຫົວໃຈ ຫລອດເລືອດ ແລະຫຼຸດປະລິມານຄໍເລຼດເຕິລໍບໍ່ດີໃນເລືອດໄດ້
7.ກ້ວຍ
ໝາກໄມ້ທີ່ຮັບປະທານງ່າຍ ພົກພາໄປໃສກໍສະດວກ ເປັນແຫຼ່ງພະລັງງານທີ່ຍ້ຽມ ແຖມມີເສັ້ນໃຍອາຫານສູງ ເໝາະສໍາຫລັບກິນກ່ອນອອກກຳລັງກາຍ ຫຼື ກິນຕອນເຊົ້າ ໂດຍ ວິຕາມິນ ແລະ ແຮ່ທາດໃນກ້ວຍນັ້ນມີຊັບພະຄຸນຊ່ວຍຫຼຸດຄວາມຄຽດ ປ້ອງກັນຖອກທ້ອງ ແລະ ເຮັດໃຫ້ອື່ມທ້ອງເປັນເວລານານຂື້ນ
ສາຍຄຮີນທັງຫລາຍສາມາດນໍາອາຫານເຫລົ່ານີ້ໄປເປັນສ່ວນຫນື່ງໃນເມນູອາຫານຫຼຸດນໍ້າໝັກໄດ້ຍ່າງປອດໄພຫາຍຫວ່ງ ເພາະບໍ່ວ່າຈະຢູ່ໃນເມນູໃດກໍໄດ້ຄຸນຄ່າທີ່ຈຳເປັນຕໍ່ຮ່າງກາຍແນ່ນອນ ກິນແລ້ວສຸຂະພາບດີ ຫ່າງໄກຈາກໂລກອ້ວນ ແລະ ໂລກອື່ນໆ ທີ່ອາດຈະມາໄດ້ຢ່າງແນ່ນອນ.
ຫລຸດຂອງມັນ ເນັ້ນກິນອາຫານເພື່ອສຸຂະພາບ ຮັບຮອງເລີຍວ່າການທີ່ຈະລົດ 10 ກິໂລພາຍໃນ 2 ອາທິດແນ່ນອນ ບໍ່ເກີນຄວາມພະຍາຍາມເລີຍ.