ຕົ້ນແຄປ່າດອກຂາວ ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ, ມີຄວາມສູງປະມານ 10-20 ມ, ລໍາຕົ້ນຕັ້ງຊື່, ເປືອກຂອງລໍາຕົ້ນເປັນສີນໍ້າຕານອ່ອນອົມເທົາ ແລະ ອາດຈະມີຈຸດສີດໍາຢູ່ນໍາ.

ດອກຍາວ 2-3 ຊມ, ສ່ວນກ້ານດອກຍາວ 1.8-4 ຊມ, ແຕ່ລະຊໍ່ດອກຈະມີດອກ 2-10 ດອກ. ໝາກເປັນຝັກ, ອອກຝັກຊໍ່ລະປະມານ 3-4 ຝັກ, ລັກສະນະຂອງຝັກເປັນຮູບຂອບຂະໜານ, ຝັກໂຄງ ແລະ ບິດເປັນກຽວ, ຍາວ 40-60 ຊມ, ສ່ວນແກ່ນເປັນຮູບສີ່ຫຼ່ຽມ.
ປະໂຫຍດ:
– ດອກແຄປ່າດອກຂາວສາມາດນໍາມາປະກອບອາຫານໄດ້ ໂດຍການນໍາມາເຮັດແກງສົ້ມ ຫຼື ນໍາມາລວກກັບແຈ່ວ.
– ຕົ້ນແຄປ່າດອກຂາວເປັນຕົ້ນໄມ້ພຸ່ມ ເໝາະສໍາຫຼັບການປູກເປັນໄມ້ສໍາລັບຮົ່ມເງົາ ແລະ ເປັນໄມ້ປະດັບ.
– ໃຊ້ເປັນອາຫານສັດໄດ້ (ແຕ່ຂໍ້ມູນບໍ່ລະບຸລະອຽດວ່າໃຊ້ສ່ວນໃດຂອງຕົ້ນ ແຕ່ຄາດວ່າຈະເປັນດອກ).
– ເນື້ອໄມ້ຂອງຕົ້ນແຄປ່າດອກຂາວສາມາດນໍາໄປເຮັດສິ່ງກໍ່ສ້າງອາຄານບ້ານເຮືອນໄດ້ເຊັ່ນ: ເຮັດເປັນເສົາ, ເພດານ…

ສັບພະຄຸນ:
– ຮາກມີຣົດເຢັນຊ່ວຍບໍາລຸງເລືຶອດ.
– ແກ່ນໃຊ້ເປັນຢາແກ້ອາການເຈັບປະສາດ.
– ດອກຊ່ວຍໃນການນອນຫຼັບ.
– ເປືອກຕົ້ນຊ່ວຍແກ້ອາການທ້ອງອືດ, ແໜ້ນທ້ອງ ໂດຍໃຊ້ກັບແມ່ຍິງຫຼັງເກີດລູກ.
– ໃບນໍາມາຕົ້ມກັບນໍ້າເປັນຢາບ້ວນປາກໄດ້.
ທີ່ມາ: phakhaolao