ອ່ານເບິ່ງດວງລາຍວັນ ປະຈຳວັນທີ 08 ກຸມພາ 2021 ການງານ-ການເງິນ-ຄວາມຮັກ

ຄົນເກີດວັນຈັນ
ການງານ ການລົງທຶນເຮັດທຸລະກິດອາດເກີດຄວາມຜິດພາດ ຕ້ອງໃຫ້ລະວັງເລື່ອງຂອງສັນຍາ
ການເງິນ ມີໂອກາດຫາເງິນໄດ້ເຂົ້າມາໄດ້ຫຼາຍ ໄດ້ແບບທ່ານເອງກໍບໍ່ຮູ້ຕົວ
ຄວາມຮັກ ມີໂອກາດພົບຄົນອາຍຸນ້ອຍກວ່າ ທ່ານເປັນຄົນຈິດໃຈດີ ໜ້າຄົບຫາແລະ ມີບຸກຄະລຶກທີ່ເຂົ້າກັບທ່ານ

ຄົນເກີດວັນອັງຄານ
ການງານ ການຕັດສິນໃຈທີ່ຈະລົງເຮັດທຸລະກິດໃໝ່ເກີດຄວາມຊ້າ ເພາະອາດຍັງລົມກັນແບບບໍ່ລົງຕົວ
ການເງິນ ສາມາດຫາເງິນເຂົ້າມາໄດ້ອີກ ແຕ່ຕ້ອງລະວັງລະວັງເລື່ອງຂອງລາຍຈ່າຍ
ຄວາມຮັກ ພົບຄົນຜິວຂາວ ຫຼື ຜິວສອງສີໃນສະຖານະການຄວາມສຳພັນບໍ່ຊັດເຈນ

ຄົນເກີດວັນພຸດ
ການງານ ການເຈລະຈາທຸລະກິດປະສົບຄວາມສຳເລັດ ເພາະຄວາມສາມາດຂອງທ່ານເອງ
ການເງິນ ມື້ນີ້ມີໂຊກຈະໄດ້ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍແບບບໍ່ຕ້ອງກັງວົນ
ຄວາມຮັກ ບໍ່ມີເວລາໃຫ້ກັບຄົນຮັກ ອາດເຮັດໃຫ້ທ່ານທັງສອງມີບັນຫາກັນຕາມມາ

ຄົນເກີດວັນພະຫັດ
ການງານ ພົບອຸປະສັກທາງດ້ານການງານແຕ່ກໍສາມາດແກ້ໄຂໃຫ້ກາຍເປັນໂອກາດໄດ້
ການເງິນ ມື້ນີ້ມີໂຊກຈະໄດ້ເງິນເຂົ້າມາໃນໄວໆນີ້
ຄວາມຮັກ ໄດ້ພົບຮັກກັບຄົນທີ່ມີສະເໜ່ໃນສະຖານທີ່ທ່ອງທ່ຽວສວຍງາມ

ຄົນເກີດວັນສຸກ
ການງານ ມີໂອກາດພົບການປ່ຽນແປງຍົກຍ້າຍຕຳແໜ່ງໜ້າທີ່ການງານແບບບໍ່ທັນຕັ້ງໂຕ
ການເງິນ ຈະໃຊ້ເງິນເປັນຈຳນວນຫຼາຍເພື່ອເປັນການລົງທຶນແລ້ວຈະໄດ້ຜົນກຳໄລທີ່ຫຼາຍຂຶ້ນ
ຄວາມຮັກ ເກີດຄວາມຫ່າງເຫິນແລະບໍ່ເຂົ້າໃຈກັນກັບຄົນຮັກຈະເຮັດໃຫ້ທ່ານມີບັນຫາ

ຄົນເກີດວັນເສົາ
ການງານ ຕັດສິນໃຈເຮັດທຸລະກິດແຕ່ຕ້ອງລະວັງອາດຖືກສໍ້ໂກງ ຈາກຄົນທີ່ທ່ານສະໜິດ
ການເງິນ ຜູ້ໃຫຍ່ຈະຄອຍຖ້າອຸປະຖຳດ້ານການເງິນໃຫ້ທ່ານໃນທຸກໆເລື່ອງ
ຄວາມຮັກ ເກີດເຫດຄວາມສຳພັນແຕກແຍກ ເລີກລາ ຢ່າຮ້າງສາເຫດມາຈາກຄວາມໃຈຮ້ອນຂອງທ່ານທັງສອງ

ຄົນເກີດວັນອາທິດ
ການງານ ເຮັດວຽກດ້ວຍຄວາມລະອຽດຮອບຄອບສ້າງຜົນງານໄດ້ຢ່າງດີ
ການເງິນ ມື້ນີ້ໂຊກດີຈະໄດ້ເງິນເຂົ້າມາເພີ່ມຂຶ້ນໃຫ້ໄດ້ໃຊ້ຈ່າຍ
ຄວາມຮັກ ເດີນທາງແລ້ວໄດ້ພົບຮັກກັບຄົນຕ່າງແດນ ອາດມາໃນຄົນທີ່ຫາກໍຮູ້ຈັກ