ອິງຕາມປົກຄອງເມືອງໄຊທານີນະຄອນຫລວງວຽງຈັນຂໍຖືເປັນກຽດແຈ້ງການມາຍັງ ທ່ານເລຂາຂະນະພັກຮາກຖານກຸ່ມບ້ານ ທ່ານນາຍບ່ານ ພາຍໃນເມືອງ ທ່ານຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ທ່ານຫົວໜ້າບັນຊາການ ປກສ ເມືອງ ພາຍໃນເມືອງໄຊທານີ ພໍ່ແມ່ປະຊາຊົນທີ່ນຳໃຊ້ເສັ້ນທາງ ບ້ານທ່າສະຫ່ວາງ ເວີນຄຳ (ຂົວນຳ້ເຄັມ) ໃຫ້ຊາບວ່າ:

ທາງພະແນກ ກະສິກຳແລະປ່າໄມ້ ນະຄອນຫຼວງວຽງຈັນ ຈະໄດ້ປິດທາງນຳໃຊ້ຊົ່ວຄາວ ໃຫ້ບໍລິສັດ ເຊົ່າເທິ້ນສະໂຕນ ຕິດຕັ້ງທໍ່ລອດສົ່ງນຳ້ຂົວນຳ້ເຄັມ ໃນວັນອາທິດ ຂອງວັນທີ 7 ກຸມພາ 2021 ເວລາ 09:00-12:00 ໂມງ ຄາດວ່າຈະຢຸດການສັນຈອນຂອງພາຫະນະທຸກຊະນິດ ໃນຊ້ວງເວລາປະຕິບັດວຽກ ເພື່ອຕິດຕັ້ງທໍ່ສູບນຳ້ 4 ທໍ່ ໃຫ້ສຳເລັດ ພາຍຫຼັງຕິດຕັ້ງແລ້ວ ທາງບໍລິສັດດັ່ງກ່າວຈະຍ້າຍກົນຈັກອອກ ແລະ ເປີດຊ່ອງຈາລະຈອນໃຫ້ທັນທີ
