*ພືດຜັກເປັນອາຫານທີ່ມີປະໂຫຍດຫຼາຍ ເພາະມີສານອາຫານທີ່ຮ່າງກາຍຕ້ອງການຢູ່ຫຼາກຫຼາຍ ນອກຈາກນັ້ນກໍ່ຍັງຮັກສາໂລກຕ່າງໆໄດ້ອີກດ້ວຍ ບາງທີ່ຢາທີ່ໝໍໃຫ້ອາດຍັງບໍ່ສູ້ພືດເຫຼົ່ານີ້ ເວັ໊ບໄຊ໌ emaginfo ບອກໃຫ້ຮູ້ວ່າພືດຜັກເຫຼົ້ານີ້ຮັກສາໂລກຢ່າງມະຫັດສະຈັນ
1. ຂີ້ເຫຼັກ : ເພາະໃບຂີ້ເຫຼັກມີວິຕາມິນ ວິຕາມີນເສັ່ນໄຍແຄຮວຊ່ຽມ ຟົດ໌ຟຣັດ ເຫຼັກ ວິຕາມິນB1 ໄນອາຊິນ ເຮັດໃຫ້ນອນລັບດີ ແກ້ທ້ອງອື່ດ
2. ຫົວປີ : ຊ່ວຍບຳລຸງເລືອດ ແກ້ເລືອດຈາງແລະຍັງລຸດນ້ຳຕານໃນເລືອດໄດ້ ລວມເຖິງແກ້ໂລກກ້ຽວກັບລຳໄສ່ໄດ້ຢ່າງດີ
3. ໝາກໄສ່ : ມີສັບພະຄຸນຕ້ານເບາະຫວານຊັ້ນຍອດເລີຍກໍ່ວ່າໄດ້ ເພາະຊ່ວຍລຸດນ້ຳຕ້ານໃນເລືອດ
4. ຜັກຕຳນິນ : ມີສັບພະຄຸນທາງຢາຢ່າງຫຼາກຫຼາຍ ບຳລຸງສຸຂະພາບ ຮັກສາປາກເປັນແຜໄດ້ ຮັກສາໂລກຜີວໜັງ ຜື່ນ ຕຳແຍ ຄັນ ສຸກໃສ ສີວ ຝີໜອງເປັນຕົ້ນ
5. ແຄຣ໋ອດ : ເປັນພືດທີ່ໃຫ້ ເບຕ້າແຄໂຣທີນສູງ ຈະຊ່ວຍພູມຕ້ານທານໃຫ້ແກ້ຮ່າງກາຍ ມີສັບພະຄຸນເປັນຢາຂ້າເຊື່ອ ຮັກສາໄຂ່ຫວັດ ໄອ ປອດອັກເສບ ລຸດການອັກເສບແລະບວມ ຊ່ວຍລຸດອາການແສບຮ້ອນຂອງຜີວ ແດດເຜົາໃໝ່ ຝ່າແລະຮອຍດ່າງດຳ ນອກນັ້ນຍັງປ້ອງກັນແລະຮັກສາ ມະເລັງມົດລູກ ກະເພາະອາຫານ ລຳໄສ່ ຂັບຖ່າຍປັດສະວະ ຊ່ວຍ່ອຍອາຫານແລະອື່ນໆ
6. ໝາກຖົ່ວ : ມີວິຕາມິນCສູງຊ່ວຍໃນການດູດຊືມລາຕຸເຫຼັກ ແລະມີໄຍອາຫານລວງຫຼາຍເຮັດປະຕິກິລິຍາກັບກົດໃນກະເພາະແລະຊ່ວຍຮັກສາບຳລຸງໄຕ
7. ຜັກກະລຳປີ : ສາມາດປ້ອງກັນແລະຮັກສາມະເລັງໄດ້ຫຼາຍຊະນິດຊ່ວຍກະຕຸ້ນໃຫ້ກະເພາະອາຫານເຮັດໃຫ້ແຜໃນກະເພາະແລະລຳໄສ່ດີໄວແລະຍັງຊ່ວຍສ້າງລະບົບພູມຄຸ່ມກັນໃນຮ່າງກາຍ ຊ່ວຍລ້າງສານຜິດໃນຕັບ ຊ່ວຍລະບົບນ້ຳດີເຮັດວຽກປົກະຕິແລະດັບນ້ຳໃນເລືອດ
8. ຜັກກາດຂາວ : ຖືເປັນເຈົ້າແຫ່ງເສັ່ນໃຍແລະໂຟເຣດ ເຊີ່ງເປັນທຳມະຊາດທີ່ມີບົດບາດໃນການຄວບຄຸມຄວາມເປັນປົກກະຕິ ຂອງເດັກນ້ອຍທາລົກທີ່ຢູ່ໃນຄັນທ້ອງແມ່ ກໍ່ຄືການສ້າງລະບົບປະສາດແລະ DNA ຊ່ວຍກະຕຸ່ນການເຄື່ອນໄຫວຂອງລຳໄສ່ ປ້ອງກັນອຸດຈະລະແຂງ ເນື້ອຈາກເສັ່ນໄຍບໍ່ຈັບກັນແນ່ນ ແລະຊ່ວຍລຸດການເຕັ່ນຂອງຫົວໃຈ ເພີມສະມັດຕະພາບການເຮັດວຽກຂອງໄຕອີກດ້ວຍ.