ເຂດເລືອກຕັ້ງທີ 10ແຂວງວຽງຈັນທ່ານ ສຈ.ປອ.ຈະເລີນ ເຢຍປາວເຮີ ນ້ໍາເບີ 1

ທ່ານ ສຈ.ປອ.ຈະເລີນ ເຢຍປາວເຮີ, ວັນ, ເດືອນ, ປີເກີດ: 15.09.1951. ເກີດທີ່: ບ້ານຫນອງຄໍາ, ເມືອງຊຽງຄໍ້, ແຂວງຫົວພັນ, ຊົນເຜົ່າ ມົ້ງ, ສາສະຫນາ; ຜີ. ທີ່ຢູ່ປັດຈຸບັນ: ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ຊັ້ນຕໍາແຫນ່ງ ແລະ ຫນ້າທີ່ຮັບຜິດຊອບ: ກໍາມະການສູນກາງພັກ, ລັດຖະມົນຕີປະຈໍາ ສໍານັກງານນາຍົກລັດຖະມົນຕີ, ລະດັບການສຶກສາສາມັນ: ຕທະຍົມຕອນປາຍ, ລະດັບວິຊາສະເພາະ: ປະລິນຍາເອກ, ຂະແຫນງການເມືອງວິທະຍາສາດ.
ລະດັບທິດສະດີການເມືອງ: ຂັ້ນສູງ; ວັນ, ເດືອນ,ປີເຂົ້າລັດຖະກອນ: 02.02.1968; ວັນທີ, ເດືອນ, ປີເຂົ້າພັກສົມບູນ: 01,09,1972.

ການເຄື່ອນໄຫວໂດຍຫຍໍ້ໃນແຕ່ລະໄລຍະ
1968 -1971 ຮຽນສ້າງຄຸມູນລະປະຖົມ; ເປັນຄູສອນ ຊັ້ນປະຖົມຢູ່ໂຮງຮຽນຊາວຫນຸ່ມຊົນຊາດ ແຂວງຫົວພັນ,
1971 -1974 ຮຽນວັດທະນະທໍາ ແລະ ທິດສະດີການເມືອງ ລະບົບຊັ້ນກາງ ຢູ່ ສສ.ຫວຽດນາມ,
1974 -1983 ເປັນຄູສອນທິດສະດີ, ເປັນຮອງອໍານວຍການໂຮງຮຽນຊັ້ນສູງ-ຊັ້ນກາງພັກ-ລັດ ຢູ່ທ່າງ່ອນ ນະຄອນຫຼວງວຽງຈັນ.
1983 -1986 ເປັນເລຂາທິການສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ,
1986 -1988_ ເປັນກໍາມະການສໍາຮອງສູນກາງພັກ, ເປັນຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ,
1988 -1989 ເປັນກໍາມະການສໍາຮອງສູນກາງພັກ, ເປັນຮອງປະທານຜູ້ປະຈໍາການສູນກາງແນວລາວສ້າງຊາດ; ເປັນຄະນະປະຈໍາຂອງຄະນະກໍາມະການເລືອກຕັ້ງສະພາປະຊາຊົນທ້ອງຖິ່ນ ແລະ ສະພາປະຊາຊົນສູງສຸດ ຊຸດທີ II.
1989 -1991. ເປັນກໍາມະການສໍາຮອງສູນກາງພັກ; ເປັນສະມາຊິກສະພາປະຊາຊົນສູງສຸດ ຊຸດທີ II; ເປັນຫົວຫນ້າກໍາມາທິການ ກົດຫມາຍ ແລະ ເປັນປະທານຄະນະລັດຖະສະພາສາກົນ ຂອງສະພາປະຊາຊົນສູງສຸດ ຊຸດທີ II; ເປັນຄະນະປະຈໍາຄະນະຮ່າງລັດຖະທໍາມະນູນ ສະບັບທໍາອິດຂອງ ສປປ ລາວ,
1991-1997 ເປັນກໍາມະການສູນກາງພັກ, ເປັນສະມາຊິກສະພາແຫ່ງຊາດ ແລະ ທັງເປັນຜູ້ປະຈໍາການຂອງຄະນະປະຈໍາສະພາ ແຫ່ງຊາດ ຊຸດທີ II; ເປັນຫົວຫນ້າກໍາມາທິການ ເລຂາທິການ ແລະ ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ຊຸດທີ II.
1997 – 2001 ເປັນກໍາມະການສູນກາງພັກ, ເປັນຄະນະເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IV; ໄປຮຽນທິດສະດີມາກ-ເລນິນລະບົບປະລິນຍາຕີ ຢູ່ ສສ.ຫວຽດນາມ; ເປັນຣອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ,
2001 -2006 ເປັນກໍາມະການສູນກາງພັກ; ເປັນສະມາຊິກສະພາແຫ່ງຊາດ ຊຸດທີ V; ເປັນເລຂາຄະນະພັກ ແລະ ຫົວຫນ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ; ເປັນປະທານສະມາຄົມມິດຕະພາບ ລາວ-ກູບາ, ຮຽນທິດສະດີມາກ-ເລນິນ ລະບົບປະລິນຍາໂທ ແລະ ປະລິນຍາເອກຢູ່ ສສ.ຫວຽດນາມ,
2006 – 2014 ເປັນກໍາມະການສູນກາງພັກ, ເປັນເລຂາຄະນະພັກ ແລະ ລັດຖະມົນຕີກະຊວງ ຍຸຕິທໍາ; ເປົ້ນປະທານສະມາຄົມມິດຕະພາບລາວ-ກູບາ,
2014 -2016 ເປັນກໍາມະການສູນກາງພັກ, ເປັນເລຂາຄະນະພັກ ແລະ ຫົວຫນ້າສະຖາບັນ ວິທະຍາສາດສັງຄົມແຕ່ປະທານສະມາຄົມມິດຕະພາບ ລາວ-ກູບາ,
2016 -2021 ເປົ້ນກໍາມະການສູນກາງພັກ, ເປັນລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ ຊຸດທີ VII, ເປັນປະທານສະມາຄົມມິດຕະພາບ ລາວ-ກູບາ.ອົງການສະເຫນີ: ຄະນະປະຈໍາສະພາແຫ່ງຊາດ.