ສະບາຍດີແຟນເພຈທຸກຄົນ ແນວທາງກະເສດທຸກໆທ່ານ ວັນນີ້ພວກເຮົາຈະພາໄປເບິ່ງໄອເດຍດີໆ ເລື່ອງການກະຕຸ້ນໃຫ້ໜໍ່ໄມ້ອອກໜໍ່ນອກລະດູ ໄອເດຍດີໆຂອງທ່ານ Liam Khetpukhiaw ທ່ານໄດ້ຖ່າຍທອດເອົາໄວ້ຈະເປັນແນວໃດໄປເບິ່ງພ້ອມໆກັນເລີຍ :

+ ວິທີເຮັດມີດັ່ງນີ້ :
1. ຕັດສະສາງລຳຕົ້ນໃຫ້ເຫຼືອພຽງ 3-4 ລຳ ໃຫ້ເຫຼືອໄວ້ແຕ່ລຳທີ່ຫາກໍ່ເກີດໃໝ່ປີລ່າສຸດ
2. ເຄຍພື້ນທີ່ອ້ອມຮອບກົກໃຫ້ກ້ຽງໂລ່ງ

3. ໂຮຍດ້ວຍປຸ໋ຍ ສູດ 25-7-7 ອ້ອມກົກ ປະມານ 3 ກຳມືຕໍ່1ລຳຕົ້ນ
4. ຄຸມດ້ວຍເຟືອງໃຫ້ໜາປະມານ 10 ຊມ
5. ຫົດນຳ້ໃຫ້ປຽກ ແລະ ຕ້ອງຫົດທຸກມື້

+ ປະມານ 20 ວັນຫາ 1 ເດືອນ ຕົ້ນໄຜ່ຈະອອກໜໍ່ມາໃຫ້ເຮົາຕັດ ເຖິງແມ່ນວ່າຈະເປັນຊ່ວງເວລາໜ້າແລ້ງກໍ່ຕາມກໍ່ສາມາດເຮັດໄດ້ຕາມສະບາຍໄດ້ຜົນແນ່ນອນ.

ແນວໃດກໍ່ຕາມສຳລັບໄອເດຍນີ້ ຖ້າໃຜມັກກໍ່ລອງນຳໄປເຮັດເບິ່ງເລີຍ ເພື່ອບໍ່ໃຫ້ພາດຄວາມຮູ້ດີໆ ແລະຂໍ້ມູນທີ່ເປັນປະໂຫຍດຫຼືຂ່າວສານຕ່າງໆຈາກພວກເຮົາ ກົດຕິດຕາມພວກເຮົາໄດ້ເລີຍ
