ທ້າວ ໂຈ ດິມີໂອ ອາຍຸ 22 ປີ ທີ່ໄດ້ຊີວິດໃໝ່ອີກ ເມື່ອໃບໜ້າ ແລະ ມືຂອງລາວສາມາດຮັບຮູ້ສຳຜັດຕ່າງໆໄດ້ ບໍ່ວ່າຈະເປັນຄວາມຮ້ອນ, ຄວາມເຢັນ, ຄວາມປຽກ ຫລື ສຳຜັດຈາກຄົນອື່ນໆຕໍ່ໃບໜ້າ ແລະ ມືໃໝ່ ເຊິ່ງຫາກໍໄດ້ມາບໍ່ຮອດ 6 ເດືອນ ຫລັງຈາກລາວຜ່ານການຜ່າຕັດປູກຖ່າຍໃບໜ້າ ແລະ ມື ເພາະອຸປະຕິເຫດເຮັດໃຫ້ລາວຕ້ອງສູນເສຍນິ້ວມື ແລະ ໃບໜ້າ.

ເມື່ອເກືອບ 3 ປີກ່ອນ, ທ້າວ ດິມີໂອ ເກີດອຸປະຕິເຫດລົດຕຳຮຸນແຮງຈົນເກີດລະເບີດ ເຮັດໃຫ້ລາວຖືກໄຟໄໝ້ຮ່າງກາຍຫລາຍກວ່າ 80% ເຊິ່ງຖືວ່າຮຸນແຮງ, ແຕ່ໂຊກດີທີ່ລາວລອດຊີວິດມາໄດ້, ລາວໄດ້ຮັບການຜ່າຕັດມາປະມານ 20 ຄັ້ງ, ແຕ່ມື ແລະ ໃບໜ້າຍັງໃຊ້ງານບໍ່ໄດ້ຄືເກົ່າ.

ລາວໂຊກດີອີກເທື່ອໜຶ່ງ ໂດຍໃນເດືອນມີນາ 2019 ລາວຖືກສົ່ງໄປຫາສັນລະຍະແພດຝີມືດີ ຂອງສະຖາບັນການແພດ ເອັນວາຍຢູ ແລງກອນ ເຮລ ໃນນິວຢອກ ແລະ ຍັງໄດ້ອະໄວຍະວະຈາກຜູ້ບໍລິຈາກ.

ຕໍ່ມາເມື່ອວັນທີ 12 ສິງຫາປີຜ່ານມາ ທີມງານຫລາຍກວ່າ 140 ຄົນ ທັງສັນລະຍະແພດ, ພະຍາບານ ແລະ ເຈົ້າໜ້າທີ່ອື່ນໆ ໄດ້ຮ່ວມກັນຜ່າຕັດປູກຖ່າຍໃບໜ້າ ແລະ ມືທັງສອງໃຫ້ລາວສຳເລັດ ໂດຍໃຊ້ເວລາຜ່າຕັດ 23 ຊົ່ວໂມງ.

ຕອນນີ້ ທ້າວ ດິມີໂອ ຍັງຕ້ອງພັກຟື້ນ ແລະ ທຳກາຍະພາບບຳບັດມື້ລະປະມານ 5 ຊົ່ວໂມງ ເຊິ່ງແພດບອກວ່າ: ຄົນເຈັບຟື້ນຕົວໄດ້ໄວ.