ທົ່ວປະເທດ! ມີສູນຈຳກັດບໍລິເວນທັງໝົດ 33 ສູນ ມີຜູ້ກັກຕົວທັງໝົດ 2.588 ຄົນ

ສຳນັກຂ່າວປະເທດລາວ ໄດ້ລາຍງານວ່າ: ໃນວັນທີ 2 ກຸມພາ 2021 ຄະນະສະເພາະກິດ ຢືນຢັນວ່າ ສປປ ລາວ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ຕື່ມວ່າ:

ປັດຈຸບັນທົ່ວປະເທດ ມີສູນຈຳກັດບໍລິເວນທັງໝົດ 33 ສູນ, ມີຜູ້ຖືກຈໍາກັດບໍລິເວນທັງໝົດ 2.588 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ໃນວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 435 ຕົວຢ່າງ, ໃນນັ້ນ 2 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ມີອາການ, 74 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວ ທີ່ກັບມາແຕ່ໄທ ບໍ່ມີອາການ 172, ແຮງງານຈີນ ບໍ່ມີອາການ 155 ຕົວຢ່າງ, ແຮງງານໄທ 32 ຕົວຢ່າງ ຜົນກວດທັງໝົດແມ່ນບໍ່ພົບເຊື້ອ.