ສະເໜ່ຂອງສາວໆມີຫຼາກຫຼາຍທັງໜ້າຕາ ແລະ ຜິວພັນ ຊົງຜົມ ຮູບຮ່າງຫຼືແມ້ແຕ່ນິໄສທີ່ເຮັດໃຫ້ໜຸ່ມໆຫຼົງສະເໜ່ ແຕ່ຮູ້ບໍ່ວ່ານິໄສບາງຢ່າງທີ່ສາວໆທີ່ໜຸ່ມໆບໍ່ມັກມີຫຍັງແດ່ ມາເບີ່ງກັນເລີຍວ່າມີຫຍັງແນ່ອ່ານເບິ່ງລຸ່ມນີ້ເລີຍ:

1.ຜູ້ຍິງອອກຄຳສັ່ງ
ຖືກອີກຝ່າຍອອກຄຳສັ່ງເປັນເລື່ອງທີ່ໃຜໆກໍ່ບໍ່ມັກ ຖ້າເຮັດຢູ່ໃນບ້ານຫຼືເວລາຢູ່ນຳກັນສອງຄົນຍັງຖືວ່າພໍຮັບໄດ້ ແຕ່ຖ້າຫາກວ່າສາວໆອອກຄຳສັ່ງຢູ່ຕໍ່ໜ້ໝູ່ຫຼືຄົນຫຼາຍໆ
ບອກໄດ້ເລີຍວ່າຜູ້ຊາຍຈະບໍ່ມັກຢ່າງແນ່ນອນ ເພາະເຂົາຮູ້ສຶກວ່າກຳລັງເສຍໜ້າແລະເສຍປຽບ ແຕ່ຄວນຈະຢູ່ແບບເຮັດໂຕມີສະຕິຫຼາຍໆ ເປັນຜູ້ຍິງທີ່ໃຫ້ກຽດແຟນ
2.ຈູ້ຈີ້ຈຸກຈິກ ເຮັດໂຕເປັນເຈົ້າຊີວິດ
ເປັນຜູ້ຍິງຄວນລະລຶກຢູ່ໄວ້ວ່າສະຖານະຂອງເຈົ້າຄື ແຟນບໍ່ແມ່ນແມ່ ການຈູ້ຈີ້ຈຸກຈິກຫຼາຍເກີນໄປ ຈະເຮັດໃຫ້ຜູ້ຊາຍຮູ້ສຶກອຶດອັດຄືກັບມີແຟນເປັນຄົນທີ່ສອງ
ຢ່າເຮັດໂຕເປັນເຈົ້າຊີວິດໃຫ້ໃຊ້ຄວາມເຂົ້າໃຈຄ່ອຍເວົ້າກັນດ້ວຍເຫດຜົນ ບໍ່ແມ່ນມີຫຍັງກໍ່ຈົ່ມໆຈະເຮັດໃຫ້ກາຍເປັນນິໄສໄດ້
3.ເຂົ້າກັບຄົນອື່ນງ່າຍເກີນໄປ
ການເຂົ້າກັບຄົນງ່າຍເກີນໄປບໍ່ແມ່ນເລື່ອງຜິດ ແຕ່ຫາກເປັນຝ່າຍເປັນເພດກົງກັນຂ້າມຫຼືເປັນໝູ່ຂອງເຂົາເປັນແລະສະນິດສະໝົມກັນຫຼາຍຈົນເກີນໄປ
ຈາກຄວາມອັດທະຍາໄສດີຈະກາຍເປັນການອ່ອຍ ຄວນຮູ້ຈັກວາງຕົວຢ່າງພໍດີແລະບໍ່ຄ່ອຍດີເປັນເລື່ອງທີ່ນ່າສັງເກດຈົນໃຫ້ຄົນອື່ນຈັບຜິດໃນຄວາມເຟນລີ່ຂອງເຮົາຈົນນຳເອົາໄປເວົ້າກັນ
4.ຜູ້ຍິງທີ່ມັກຈັບຈ່າຍ
ຜູ້ຊາຍບໍ່ມັກຜູ້ຍິງທີ່ສຸລຸ່ຍສຸລາຍເຖີງແມ່ນວ່າເຂົາຈະມີເງີນຫຼາຍກໍ່ຕາມ ຄວນຈັບຈ່າຍໃຊ້ສອຍຢ່າງພໍປະມານ ເຮັດໃຫ້ຮູ້ຈັກເກັບຮູ້ຈັກໃຊ້ ເຮັດໃຫ້ເບີ່ງຄືເປັນຜູ້ຍິງທີ່ຄູ່ຄວນເປັນແມ່ຂອງລູກ
ເພາະການຮູ້ຈັກໃຊ້ເງີນແລະແບ່ງເກັບສາມາດດູແລໃນເລື່ອງເງີນໄດ້ ຫາກມື້ໜື່ງໃຊ້ຊີວິດຢູ່ຮ່ວມກັນ
5.ອາລົມຮ້ອນລົງໄມ້ລົງມື
ຜູ້ຊາຍບໍ່ມັກຜູ້ຍິງລົງໄມ້ລົງມືເວລາຜິດກັນ ບໍ່ວ່າຈະກັບໃຜກໍ່ແລ້ວແຕ່ຍ່ງຖ້າລົງໄມ້ລົງມືກັບເຂົາແລ້ວຍິ່ງຈະທຳລາຍຄວາມສຳພັນໄດ້ງ່າຍ ຄວນມີສະຕິແລະຄວບຄຸມອາລົມໃຫ້ຢູ່ ແລ້ວໃຊ້ເຫດຜົນເປັນການຕັດສິນໃຈ
6.ຮູ້ຄວາມລັບ ຈັບຜິດ
ຢ່າເປັນນັກສືບທີ່ຄ່ອຍແຕ່ຈັບຜິດ ເພາະຜູ້ຊາຍແນວໃດກໍ່ຍັງມີໂລກສ່ວນຕົວຂອງເຂົາແລະຍັງຄົງມີເລື່ອງລັບໆທີ່ຍັງບໍ່ຢາກໃຫ້ຮູ້ ຖ້າໃຫ້ເຂົາບອກເຈົ້າເອງດີກວ່າ
ເພາະຄວາມເຊື່ອໃຈເປັນສີ່ງໜື່ງທີ່ຜູ້ຊາຍຍັງຢາກໄດ້ກັບຜູ້ຍິງເພາະສະນັ້ນຢ່າເຮັດໃຫ້ຄວາມທີ່ເກັງໃຈຕໍ່ໝົດໄປກັບຄວາມບໍ່ເຊື່ອໃຈຂອງເຈົ້າ
7.ຂີ້ຫງຸດງິດເຈົ້າອາລົມ
ແມ່ນຫຍັງກໍ່ໃຊ້ອາລົມ ຫງຸດງິດ ຜູ້ຊາຍບາງຄົນ ມັກກວນປະສາດຫຼີ້ນ ຄົນທີ່ເຂົາຮັກແມ່ນຫຍັງໜ້ອຍໜື່ງກໍ່ຫງຸດງິດ ກໍ່ຈະເຮັດໃຫ້ເຂົາບໍ່ກ້າຫຼີ້ນກັບເຈົ້າຈົນເຮັດໃຫ້ຄວາມຮັກຈືດຈາງແລະໜ້າບື່ອທີ່ສຸດ
8.ແຕ່ງໜ້າເກີນງາມ
ຜູ້ຊາຍສ່ວນຫຼາຍຈະບໍ່ມັກໃຫ້ຜູ້ຍິງແຕ່ງໜ້າຈັດໆ ເພາະສະນັ້ນນຄວນລົດຮອງພື້ນ ລົດແປ້ງ ປັດແກ້ມເບົາໆ ທາລິບສີອ່ອນໆກໍ່ນ່າຈະພໍແລ້ວ ເພາະຖ້າເຂົາຮັກເຈົ້າແທ້ ເຂົາຈະມັກເຈົ້າຫຼາຍກວ່າມາດຄາຣາຫຼືຂົນຕາປອມຢ່າງແນ່ນອນ
ທັ້ງນີ້ນິໄສຂອງຜູ້ຍິງຈະບໍ່ມີໃຫ້ເຫັນເລີຍກໍ່ອາດເປັນໄປບໍ່ໄດ້ ນິໄສບາງຢ່າງທີ່ສາວໆເຮັດແລ້ວມີຄວາມສຸກ ການເຊົາເຮັດນິໄສແບບນີ້ແລ້ວບໍ່ມີຄວາມສຸກສຸດທ້າຍແລ້ວກໍ່ຢູ່ທີ່ໂຕຜູ້ຊາຍນຳ
ນິໄສທີ່ສາວໆເຮັດແລ້ວກໍ່ພະຍາຍາມລົດນິໄສແບບນີ້ລົດລົງ ເປັນຜູ້ຊາຍກໍ່ຕ້ອງເຂົ້າໃຈວ່າເຂົາເຮັດແບບນີ້ເພາະຫຍັງ ຊ່ວຍກັນປະຄັບປະຄອງກັນໄປ ແບບນີ້ຈະມີຄວາມສຸກກວ່າ