ຈາກກໍລະນີທີ່ ພໍ່ຕູ້ພວງ ອາຍຸ 95 ປີ ຫຼົງປ່າ ທີ່ແຫຼາງທ່ຽວ ນ້ຳປ່ຽນຢໍລະປາ ນະຄອນຫຼວງວຽງຈັນ ຕອນ 2 ໂມງແລງຂອງວັນທີ 3/10/2020 ທີ່ຜ່ານມາ.

ຮອດມື້ນີ້ 1 ກຸມພາ 2021 ເກືອບຮອດ 4 ເດືອນ. ຜູ່ເປັນຫຼານ ຊື່ Nick Metallick Dokkhaithong ໄດ້ຖືກແຈ້ງຜ່ານເຟສບຸກສ່ວນຕົວວ່າ ຕອນນີ້ໄດ້ພົບເຫັນ ສົບພໍ່ຕູ້ແລ້ວ.

ຈຶ່ງຢືນຢັນວ່າເປັນຮ່າງການເສຍຊີວິດຂອງພໍ່ຕູ້ພວງແທ້, ເຊິ່ງຈຸດທີ່ພົບເຫັນຊົບຂອງພໍ່ຕູ້ພວງແມ່ນຢູ່ນອກເຂດສະຖານທີ່ທ່ອງທ່ຽວນໍ້າປຽນ ອອກໄປທາງທິດໄຕ້ ປະມານ 6 ກິໂລແມັດ, ສ່ວນສາຍເຫດການເສຍຊີວິດແມ່ນທາງເຈົ້າໜ້າທີ່ຈະມີການຖະແຫຼງຂ່າວເປັນທາງການ. ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຂອງພໍ່ຕູ້ພວງ.

ສະແດງຄວາມເສຍໃຈນໍາຄອບຄົວພໍ່ຕູ້. ແລະ ຂໍໃຫ້ສູ່ພິມພົບທີ່ດີ
