ໝາກນາວ ຫຼຸດຜ່ອນອາການໄອ ທີ່ອາດເປັນສາເຫດກໍ່ໃຫ້ເກີດປອດອັກເສບ ນຳໝາກສົດຄັ້ນເອົານໍ້າໃສ່ເກືອ ໜ້ອຍໜຶ່ງ ຫຼື ປະສົມນໍ້າເຜິ້ງ 1/3 ຫຼື ຈະນຳມາຝານບາງໆຈໍ້າເກືອ. ແກ້ໄອນຳໃບໝາກນາວປາດເປັນຕ່ອນນ້ອຍໆແຊ່ນໍ້າຮ້ອນດື່ມແບບນໍ້າຊາ ຊ່ວຍແກ້ໄຂ້ ແລະ ຂ້າເຊື້ອພະຍາດໃນລຳຄໍໄດ້ດີ

ຂີງ ບັນເທົາອາການໄອ ແລະ ຄັນຄໍ, ຫົວສົດປະມານ 5 ກຣາມ, ຝົນໃສ່ກັບນໍ້າໝາກພ້າວ ດື່ມຈິບເທື່ອລະໜ້ອຍ.

ຜັກທຽມ ບຳລຸງປອດ ຮັກສາພະຍາດວັນນະໂລກປອດ, ແກ້ຄໍອັກເສບ ແລະ ເຮັດໃຫ້ເລືອດໄຫຼວຽນໄດ້ດີ

ປອມຜັກຫວານ ມີຄຸນນະສົມບັດຄວຍຄຸມສາມລະບົບພາຍໃນຮ່າງກາຍເຊັ່ນ: ມ້າມ, ປອດ ແລະ ໄຕ. ນໍ້າມັນຫອມລະເຫີຍຈາກຫົວປອມຫວານສາມາດປັບສະພາບປອດໃຫ້ມີຄວາມສົມດຸນ

ໝາກເຜັດຂີ້ໜູ ມີວິຕາມີນຊີ ເຊິ່ງເປັນສານຕ້ານອະນຸມູນອິດສະຫຼະ ແລະ ຍັງມີສານເບຕ້າແຄໂລທີນຊ່ວຍຫຼຸດອັດຕາສ່ຽງຂອງການເກີດພະຍາດມະເຮັງປອດ ແລະ ມະເຮັງໃນຊ່ອງປາກ, ຊ່ວຍຫຼຸດອັດຕາການກາຍພັນຂອງຈຸລັງ ແລະ ຊ່ວຍທຳລາຍຈຸລັງມະເຮັງ.

ຜັກບ້ວງ ໝາກສຸກໃຊ້ບຳລຸງປອດ, ແກ້ອາການຫາຍໃຈຝືດ ແລະ ປົວອາການອ່ອນເພຍ, ຮາກສົດ ຫຼື ຮາກຕາກແຫ້ງປະສົມກັບນ້ຳດື່ມເປັນຊາຈະຊ່ວຍໃຫ້ສົດຊື່ນ, ຊ່ວຍແກ້ໄຂ້ ແລະ ໄຂ້ຈັບສັ່ນ
