ມື້ວານນີ້ຫຼັງຈາກ ທີມງານອາສາສະໝັກຊ່ວຍເຫຼືອສັງຄົມ ພ້ອມດ້ວຍພຣະອຈານ ເດີນທາງມາຮອດ ທີ່ບ້ານໂງ່ນ ເມືອງຊ່ອນ ແຂວງຫົວພັນ

ກ່ອນອືື່ນກໍ່ໄດ້ຜ່ານອຳນາດການປົກຄອງບ້ານໂງ່ນ ເມືອງຊ່ອນ ແຂວງຫົວພັນ ໂອ້ລົມເພື່ອຂໍອະນຸຍາດນຳເອົາທຶນທີ່ໄດ້ຂໍຄວາມຊ່ວຍເຫຼືອນຳພາກສ່ວນຕ່າງໆ ຊ່ວຍເຫຼືອຄອບຄົວ ທ້າວ ຈັນທາ + ນາງບຸນ ແລະ ລູກ ນາງ ພຽນ.-ຈຸດປະສົງທາງທີມງານຂໍຄວາມຊ່ວຍເຫຼືອໃນຄັ້ງນີ້ແມ່ນ:

1. ຈະແປງເຮືອນໃໝ່
2. ສ້າງຫ້ອງນໍ້າ

3. ສ້າງເຮືອນຄົວ
4. ເອົາໄຟຟ້າເຂົ້າເຮືອນ ເພື່ອສິ່ງອຳນວຍຄວາມສະດວກ

5. ທຶນການສຶກສາຂອງ ນາງ ພຽນ
ສະນັ້ນ: ທີມງານ ອາສາສະໝັກຊ່ວຍເຫຼືອສັງຄົມ ຈະເລີ່ມແປງເຮືອນໃໝ່ ຕັ້ງແຕ່ວັນທີ 28/1/2021- 10/2/2021 ໃຫ້ສຳເລັດ.ທີມງານ:ຈະເປີດຮັບບໍລິຈາກຈົນກວ່າຈະສຳເລັດທຸກຢ່າງ

ຖ້າວ່າທ່ານໃດຢາກປະກອບສ່ວນໃນການຊ່ວຍເຫຼືອນ້ອງນາງ ພຽນ ກໍ່ສາມາດຕິດຕໍ່ໄດ້ ທີ່ 02094087185ເລກບັນຊີ: 140120001871956001

ຝາກຕິດຕາມ ກົດໄລ້ກົດແຊຣ ເປັນກຳລັງໃຈໃຫ້ອ້າຍນ້ອງທີມງານ:ຈິດອາສາສະໝັກຊ່ວຍເຫຼືອສັງຄົມແນ່ເດີ