ຍອດຜູ້ເສຍຊີວິດຈາກໂຄວິດ-19ເພີ່ມຂຶ້ນ 2,1 ລ້ານຄົນ ໜ້າເສົ້າມຈຂໍ້ມູນຈາກ ເວັບໄຊ ສະຖິຕິ ເວີລໂອມິເຕີສ(World Ohmeters),ວັນທີ27ມັງກອນນີ້, ຍອດຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ເພີ່ມຂຶ້ນ 100 ລ້ານຄົນ ກວມເອົາ ປະຊາກອນໂລກ 1,3% ແລະ ເສຍຊີວິດ 2,1 ລ້ານຄົນ ຄິດເປັນ 2,15% ຈາກຜູ້ຕິດເຊື້ອ ທັງໝົດ ໂດຍຫລາຍໆ ປະເທດ ຍັງຕ້ອງຮັບມື ກັບການ ແຜ່ລະບາດ ໂຄວິດ-19 ສາຍພັນໃໝ່ ລວມທັງ ວັກຊິນ ປ້ອງກັນ ໂຄວິດ-19 ຍັງບໍ່ທັນພຽງພໍ ແລະ ມີຜູ້ຕິດເຊື້ອ ໃນທຸກ 7,7

ວິນາທີ ໂດຍສະເລ່ຍ ຜູ້ຕິດເຊື້ອ ປະມານ 668.250 ຕໍ່ວັນ ຕັ້ງແຕ່ ຕົ້ນປີ ຜ່ານມາ.ສ.ອາເມລິກາ ຍັງເປັນປະເທດ ມີຜູ້ຕິດເຊື້ອ ຫລາຍທີ່ສຸດ ໃນໂລກ 26 ລ້ານຄົນ ຕາມມາດ້ວຍ ອິນເດຍ 10,6 ລ້ານຄົນ,ບຣາຊິນ 8,9 ລ້ານຄົນ,ຣັດເຊຍ 3,7 ລ້ານຄົນ ແລະ ອັງກິດ ມີຜູ້ຕິດເຊື້ອ ໂຄວິດ-19 ເພີ່ມຂຶ້ນ 3,6ລ້ານຄົນ.ປັດຈຸບັນມີ

56ປະເທດ ເລີ່ມສັກວັກຊິນ ປ້ອງກັນ ໂຄວິດ-19 ໂດຍອິດສະຣາແອນ ເປັນປະເທດ ທີ່ສັກວັກຊິນ ໃຫ້ປະຊາກອນ ຕໍ່ຫົວຄົນ ໄດ້ໄວທີ່ສຸດ ໃນໂລກ ໄດ້ສັກວັກຊິນ ໄປແລ້ວ 1 ລ້ານຫລອດ ໃຫ້ກັບ ປະຊາກອນ 29%ທົ່ວປະເທດ ແລະ ທົ່ວໂລກ ຍັງຂາດລະບົບ ການສັກວັກຊິນ ເພື່ອສ້າງ ພູມຕ້ານທານ ພາຍໃນປະເທດ ຢ່າງໜັກ.