ວັນທີ 21 ມັງກອນ 2021, ສຳນັກຂ່າວ AI Jazeera ລາຍງານເຫດໄຟໄໝ້ຢູ່ສະຖາບັນ Serum Institute of India ເຊິ່ງເປັນຜູ້ຜະລິດວັກຊີນໃຫຍ່ທີ່ສຸດຂອງໂລກ, ຫລ້າສຸດສາມາດຄວບຄຸມໄຟໄດ້ແລ້ວ ໂດຍມີກຳມະກອນເສຍຊີວິດ 5 ຄົນ ຢູ່ຈຸດເກີດເຫດ.ສະຖານທີ່ແຫ່ງນີ້ເປັນແຫລ່ງຜະລິດວັກຊີນປ້ອງກັນພະຍາດໂຄວິດ-19

ທີ່ພັດທະນາຮ່ວມກັນໂດຍ AstraZeneca ແລະ ມະຫາວິທະຍາໄລ Oxford ເປັນຫລັກລ້ານໂດສ ໂດຍມີການຢືນຢັນຈາກທາງການວ່າວັກຊີນໂຄວິດ-19 ທັງໝົດປອດໄພ.ຫລັງຈາກເປວໄຟເລີ່ມກໍ່ຕົວຂຶ້ນ ໄດ້ມີການສົ່ງລົດມອດໄຟ 5 ຄັນເຂົ້າໄປໃນບໍລິເວນໂຮງງານ ກ່ອນໜ່ວຍກູ້ໄພສາມາດຊ່ວຍເຫລືອກຳມະກອນໄດ້ 6 ຄົນ.

ເບື້ອງຕົ້ນຄາດວ່າສາເຫດຂອງໄຟໄໝ້ຄັ້ງນີ້ ເກີດຈາກໄຟຟ້າລັດວົງຈອນ, ແຕ່ຕ້ອງມີການສອບສວນເພີ່ມຕໍ່ໄປ.ສະຖາບັນດັ່ງກ່າວຖືເປັນແຫລ່ງຜະລິດວັກຊີນແຫ່ງສຳຄັນທີ່ຈະນຳມາໃຊ້ທົ່ວປະເທດ ແລະ ສົ່ງອອກໄປອີກຫລາຍປະເທດ.

ຫລ້າສຸດໄດ້ມີການສົ່ງວັກຊີນຊຸດທຳອິດໄປພູຖານ ແລະ ມັລດິບແລ້ວໃນວັນທີ 20 ມັງກອນຜ່ານມາ ແລະ ສົ່ງອອກໄປບັງກະລາເທດ 2 ລ້ານໂດສ ແລະ ເນປານອີກ 1 ລ້ານໂດສ ໃນເຊົ້າມື້ນີ້.