ທ່ານ ເກຍ ອູ້ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນ ໂລມາຄຳໄດ້ໃຊ້ຊັບສິນສ່ວນຕົວ ເພື່ອປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ບ້ານ ຄ່າປ່າແໜ ເມືອງຊົນນະບູລີ ແລະ ບ້ານປ່າກ້ວຍ ເມືອງຈຳພອນ ແຂວງສະຫວັນນະເຂດ ລວມ 261 ຄອບຄົວ ທີ່ດໍາລົງຊີວິດແບບເລື່ອນລອຍ ຫຼື ຂໍທານ ຫັນມາສຸມໃສ່ການປູກຝັງ ແລະ ລ້ຽງສັດ.

ເຊີ່ງໃນໄລຍະ 3 ປີຜ່ານມາ, ສິ່ງທີ່ໄດ້ປະກອບໃຫ້ກັບປະຊາຊົນທັງ 261 ຄອບຄົວມີຄື:

ສ້າງຕັ້ງກອງທຶນເຂົ້າກິນ, ໃຫ້ອາຫານການກິນ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງມື ແລະ ກົນຈັກຮັບໃຊ້ການຜະລິດ, ພາຫະນະບໍລິຫານ,

ພ້ອມກັນນັ້ນຍັງສະໜອງດິນປຸກສ້າງພ້ອມປຸກເຮືອນເຄິ່ງຖາວອນໃຫ້ ແລະ ສ້ອມແປງເຮືອນເກົ່າ,

ສະໜອງດິນທໍາການຜະລິດ,ເຈາະນໍ້າບາດານ, ສ້າງບ່ອນຮຽນຮູ້ຖ່າຍທອດກິດຈະກໍາຕ່າງໆ,ຈົກໜອງປາ,ໃຫ້ແນວພັນສັດລ້ຽງ ແລະ ສ້າງພື້ນຖານໂຄງລ່າງດ້ານສາທາລະນະສຸກ ແລະ ການສຶກສາ


