ເກີດແຜ່ນດິນໃຫວ 6,2 ຣິກເຕີ ທີ່ປະເທດ ອິນໂດເນເຊຍ ຕາຍແລ້ວ 3 ຄົນ


ຂ່າວລາຍງານຈາກ World Forum ເມື່ອເວລາປະມານ 01:28 ຂອງວັນທີ່ 15 ເດືອນ ມັງກອນ ປີ 2021


ເກີດເຫດແຜ່ນດິນໃຫວ ຂະໜາດ 6,2 ຣິກເຕີ ມີຄວາມເລິກ 18,4 ລິໂລແມັດ ທີ່ເມືອງ ມາມູຈູ ທີ່ເກາະ ສຸລາເວສີ ປະເທດອິນໂດເນເຊຍ ເຊີ່ງເຫດການເທື່ອນີ້ເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 3 ຄົນ, ບາດເຈັບ 24 ຄົນ ,ບ້ານເຮືອນອາຄານຫຼາຍຫຼັງໄດ້ຮັບຄວາມເສຍຫາຍ


