ໃນບັນດາການເຮັດຄວາມສະອາດບ້ານທັງຫຼາຍ ຕ້ອງຍອມຮັບວ່າການເຮັດຄວາມສະອາດຫ້ອງນ້ຳນັ້ນເປັນວຽກໜັກແທ້ໆ ທັງຄາບສົກກະປົກຝັງເລິກແລ້ວຍັງມີກິ່ນແຖມມາອີກ ຈາກຊັກໂຄກສີຂາວກາຍເປັນສີເຫຼືອງເລີຍ

ມື້ນີ້ເຮົາມີເຄັດລັບງ່າຍໆທີ່ຈະຊ່ວຍໃຫ້ເຈົ້າເບົາແຮງໃນການຂັດຊັກໂຄກ ພຽງແຕ່ມີສິ່ງນີ້ ແລະ ມັນກໍ່ບໍ່ໄດ້ຫາຍາກສິ່ງນັ້ນກໍ່ຄື:ນ້ຳສົ້ມສາຍຊູນັ້ນເອງ!!

ເພາະກົດໃນນ້ຳສົ້ມສາຍຊູອອກລິດກັດຄາບສົກກະປົກອອກແຖມຍັງກຳຈັດກິ່ນເໝັນ ເມື່ອເທລົງໃນຊັກໂຄກທີ່ມີກາບສົກກະປົກເຫຼືອງຢູ່ນັ້ນກໍ່ຈະເຮັດໃຫ້ຄາບທີ່ຕິດຢູ່ອອກໄດ້ຢ່າງງ່າຍດາຍ

ວິທີເຮັດ : ພຽງນຳເອົານ້ຳສົ້ມສາຍຊູມາໃສ່ກວດນ້ຳດື່ມໃຫ້ເຕັມ ແລ້ວເຈາະຮູຝາປິດ 1 ຮູ ຂະໜາດເທົ່າກັບໄມ້ຈິ້ມແຂ້ວ ແລ້ວນຳໄປໃສ່ໄວ້ໃນຖັງເກັບນ້ຳດ້ານຫຼັງຊັກໂຄກ ທຸກເທື່ອທີ່ເຮົາກົດນ້ຳກໍຈະມີນ້ຳສົ້ມສາຍຊູປະສົມລົງມານຳ ແບບນີ້ເປັນການຫລຸດການສະສົມຄາບສົກກະປົກໄດ້ດີ

ວິທີນີ້ທັງງ່າຍແຖມຍັງໄດ້ຊ່ວຍປະຢັດນ້ຳເວລາກົດຊັກໂຄກອີກດ້ວຍ ອ່ານຈົບແລ້ວຮີບໄປຈັບນ້ຳສົ້ມສາຍຊູມາລອງເຮັດເລີຍຮັບຮອງສະອາດໝົດຈົດແນ່ນອນ…
