ເວັບໄຊທ ກະຊວງສາທາລະນະສຸກຂອງໄທ ລາຍງານຜູ້ຕິດເຊື້ອໂຄວິດ-19 ຢູ່ໄທ ປະກອບມີ ຜູ້ຕິດເຊື້ອ ຈາກປະເທດ ກໍາປູເຈຍ ເປັນຈໍານວນ 157 ຄົນ, ມຽນມາ 1,219 ຄົນ, ອິນເດຍ 86 ຄົນ, ໄທ 6,620 ຄົນ ແລະ ປະເທດອື່ນໆ ອີກ 1,397 ຄົນ.

ໃນວັນທີ 13.01.2021, ກໍາປູເຈຍ ກວດພົບແຮງງານກໍາປູເຈຍ 6 ຄົນ ທີ່ກັບມາຈາກໄທ ຕິດເຊື້ອໂຄວິດ-19.

ປະຈຸບັນ ທາງເຈົ້າໜ້າທີ່ ຂອງປະເທດກໍາປູເຈຍ ໄດ້ສົ່ງກອງກໍາລັງທະຫານ ເພື່ອເຝົ້າລະວັງ ການລັກລອບ ຂ້າມຊາຍແດນ ຢ່າງຜິດກົດໝາຍ ຂອງແຮງງານກໍາປູເຈຍ ຈາກປະເທດໄທ.