ສວນສັດຊານດິເອໂກ ລັດແຄລິຟໍເນຍ ສະຫະລັດອາເມລິກາ ກວດພົບເຊື້ອໂຄວິດ-19 ໃນລິງກໍຣິລາ 2 ໂຕ ຫລັງພວກມັນມີອາການບໍ່ສະບາຍ ແລະ ໄອ ເມື່ອວັນທີ 6 ມັງກອນຜ່ານມາ ຈຶ່ງສົ່ງມັນໄປກວດຮ່າງກາຍ ກ່ອນຜົນກວດຢືນຢັນພົບເຊື້ອໂຄວິດ-19 ໃນວັນທີ 11 ມັງກອນ.ສວນສັດແຫ່ງນີ້ມີກໍຣິລາໃນການເບິ່ງແຍງທັງໝົດ 8 ໂຕ

ແລະ ໃນຈຳນວນນີ້ມີອີກ 3 ໂຕມີອາການຢູ່ໃນກຸ່ມສ່ຽງ, ແຕ່ຍັງບໍ່ພົບວ່າຕິດໂຄວິດ-19 ເຊິ່ງທາງສວນສັດກຳລັງເຝົ້າຕິດຕາມອາການຢ່າງໃກ້ຊິດ ລວມກັບເຈົ້າໜ້າທີ່ຄວບຄຸມພະຍາດຂອງແຄລິຟໍເນຍ.ສ່ວນອາການຂອງກໍຣິລາທີ່ຕິດເຊື້ອນັ້ນມີອາການໄອ, ແຕ່ໂດຍລວມຍັງບໍ່ມີຫຍັງໜ້າເປັນຫ່ວງຫລາຍ ຍັງສາມາດກິນອາຫານ ແລະ ດື່ມນ້ຳໄດ້ດີ,

ສ່ວນສາເຫດຂອງການຕິດເຊື້ອຄາດວ່າ ເປັນການໄດ້ຮັບເຊື້ອມາຈາກເຈົ້າໜ້າທີ່ສວນສັດຄົນໜຶ່ງ ທີ່ມີອາການປ່ວຍ ແລະ ບໍ່ສະແດງອາການ. ຫລ້າສຸດ ທາງສວນສັດຊານດິເອໂກ ປະກາດປິດໃຫ້ບໍລິການຊົ່ວຄາວ ພ້ອມຍົກລະດັບມາດຕະການຄວບຄຸມການລະບາດໃນເຂດສວນສັດ.