ໃນວັນທີ່ 12 ມັງກອນ 2021 ເວລາ 17:11 ນາທີ ໄດ້ຮັບແຈ້ງຈາກປະຊາຊົນຜ່ານເບີ 071 1625 ວ່າມີ ອຸບັດຕິເຫດຂັບຂີ່ລົດໃຫຍ່ຕໍາລົດໃຫຍ່ ຢູ່ເສັ້ນທາງບ້ານຊ່າງໄຫ ເມືອງປາກອູ ແຂວງຫລວງພະບາງ ເມື່ອຫນ່ວຍກູ້ຊີບອົງການກາແດງລາວກວດສອບພົບຜູ່ບາດເຈັບເພດຊາຍ02ອາການບາດເຈັບເບື້ອງຕົ້ນ:

-ຜູ່ທີ່01: ມີບາດແຜຈີກ ໃຫຍ່ຢູ່ຫນ້າຜາກ, ເຈັບແຂນເບື້ອງຊ້າຍແລະມີບາດແຜເລີ້ນຢູ່ແອວ

-ຜູ່ທີ່02: ເຈັບຂາເບື້ອງຊ້າຍແລະມີບາດແຜເລີ້ນຢູ່ກົກຂາເບື້ອງຂວາ

ດັ່ງນັ້ນຫນ່ວຍກູ້ຊີບອົງການກາແດງລາວຫຼວງພະບາງ ໄດ້ທຳການປະຖົມພະຍາບານເບື້ອງຕົ້ນນຳສົ່ງໂຮງຫມໍແຂວງຫລວງພະບາງ
