ຂໍຄວາມຊ່ວຍເຫຼືອມາຍັງຜູ້ໃຈບຸນທຸກໆທ່ານ ທີ່ໄດ້ເຫັນຜ່ານ Facebook ຂ້າພະເຈົ້າຂໍຕາງໜ້າຂໍຄວາມຊ່ວຍເຫຼືອນຳທຸກຄົນແທນ2ແມ່ລູກນີ້. 2ແມ່ລູກເຜົ່າຂະມຸ ຢູ່ບ້ານນາງອມ,ເມືອງກັວນ, ແຂວງຫົວພັນ

ສະພາບຊີວິດການເປັນຢູ່ຄືດັ່ງທີ່ທຸກຄົນເຫັນໃນຮູບພາບ ຢູ່ກັນ2ແມ່ລູກ ຜົວເສຍຊີວິດແລ້ວ ຍ້ອນຖືກໄມ້ທັບຕາຍ ສະພາບການຍ້ອນຄວາມທຸກຍາກຂາດເຂີນບວກກັບສະພາບອາກາດທີ່ໜາວຈັດ

ຈື່ງຂໍວອນນຳສັງຄົມຂໍບໍລິຈາກເຄື່ອງນຸ່ງຫົ່ມທີ່ບໍ່ໄດ້ໃສ່ແລ້ວທີ່ເປັນເຄື່ອງເກົ່າເຄື່ອງມື2ທີ່ປະໄວ້ລ້າໆ,ເຂົ້າສານອາຫານແຫ້ງຕ່າງໆ ຖ້າທ່ານໃດມີຈິດໃຈສັດທາສາມາດມາຮ່ວມບໍລິຈາກກັບພວກເຮົາໄດ້

ຢາກບໍລິຈາກເຄື່ອງແຂວງຫົວພັນຕິດຕໍ່: 020 23032220 (ອ້າຍຕຸ)ຢາກບໍລິຈາກເຄື່ອງນະຄອນຫຼວງຕິດຕໍ່: 020 91782715(ໝີ)

ຕ່າງແຂວງຢາກບໍລິຈາກເຄື່ອງແມ່ນຝາກຮຸ່ງອາລຸນ,ກຽງໄກ ຄ່າຝາກພວກເຮົາສາມາດອອກເອງໄດ້ຫຼືທ່ານໃດມີຈິດໃຈຢາກຮ່ວມບໍລິຈາກເປັນວັດຖຸປັດໃຈສາມາດໂອນຜ່ານບັນຊີຂ້າພະເຈົ້າແລ້ວຂຽນວ່າ:

“ບໍລິຈາກຊ່ວຍເຫຼືອ2ແມ່ລູກ”ເງິນທຸກກີບແມ່ນຈະມອບໃຫ້ເຂົາເຈົ້າທັງໜົດໂດຍບໍ່ຫັກຄ່າຫຍັງທັງສີ້ນ ເລກບັນຊີ: 172120001476584001ຊື່ບັນຊີ: Thipphaphone Latsachanh Ms
