
ລົດຈັກ ຕຳໝາ ນັກສຶກສາ ຮັບບາດເຈັບ ຜູ້ລ້ຽງບໍ່ຄວນປ່ອຍໝາອອກນອກເຮືອນ. ໃນຕອນເຊົ້າຂອງວັນທີ 11 ມັງກອນ 2021 ເວລາ ເກີດເຫດລົດຈັກ ສາວນັກສຶກສາ ໄດ້ຂີ່ລົດຕຳເອົາໝາ ທີ່ແລ່ນມາຕັດໜ້າ ຢູ່ເສັ້ນທາງບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ດັ່ງນັ້ນຂໍຝາກເຕືອນມາຍັງພໍ່ແມ່ປະຊາຊົນ ທີ່ຮັກສັດ ແລະ ລ້ຽງສັດ ທັງຫຼາຍ ຫາກທ່ານຈະລ້ຽງກໍ່ຄວນລ້ຽງໃນຮົ້ວເຮືອນຂອງທ່ານ ຫຼື ຂັງໃນກົງໄວ້ ເພາະຫາກທ່ານລ້ຽງບໍ່ມີຄວາມຮັບຜິດຊອບແບບປະປ່ອຍມັນກໍ່ຈະສ້າງຄວາມເດືອດຮ້ອນໃຫ້ກັບຄົນອື່ນບໍ່ຫຼາຍກໍ່ໜ້ອຍ.
