ແຈ້ງເຕືອນໄພອາກາດໜາວເຢັນ ປະຈຳວັນທີ 11 ມັງກອນ 2021 ມວນອາກາດໜາວເຢັນທີ່ປະເທດຈີນທີ່ມີກຳລັງແຮງ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,

ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນລົງຕື່ມອີກ ຢູ່ໃນແຕ່ລະພາກ ແລະ ອາກາດຍັງຈະໜາວເຢັນຫຼາຍ ຢູ່

ແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ
ບັນດາເຜົ່າ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນທີ່ອາໃສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະ ມັດລະວັງຕໍ່ສະພາບອາກາດໜາວຫຼາຍ ທີ່ຈະເຮັດໃຫ້ເປັນໄຂ້,

ເຈັບປ່ວຍ ແລະ ມີຜົນກະທົບຕໍ່ສຸກຂະພາບ ແລະ ຂໍໃຫ້ນຸ່ງຮົ່ມ ເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ. ລາຍງານຂໍ້ມູນອຸຕຸກະເສດ: ຂໍໃຫ້ປະຊາຊົນເອົາໃຈໃສ່ຕິດຕາມເຝົ້າລະວັງ ສະພາບອາກາດໜາວເຢັນທີ່ມີຄວາມສ່ຽງໃນລະດັບສູງ, ພ້ອມກັນນັ້ນກໍ່ໃຫ້ເພີ່ມລະດັບນໍ້າໃນນາເພື່ອໃຫ້ຫຼຸດຜ່ອນຄວາມເສຍຫາຍຈາກອາກາດໜາວເຢັນ.
