ພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19) ໄດ້ສົ່ງຜົນກະທົບຕໍ່ອຸດສາຫະກໍາທ່ອງທ່ຽວທົ່ວໂລກ ແບບທີ່ບໍ່ເຄີຍມີມາກ່ອນ ຊຶ່ງປະເທດລາວກໍໄດ້ຮັບຜົນກະທົບດັ່ງກ່າວ ເຮັດໃຫ້ບໍ່ມີນັກ ທ່ອງທ່ຽວຄົນຕ່າງປະເທດມາທ່ຽວລາວ.

ພາຍຫຼັງທີ່ລາວມີຜົນ ສໍາເລັດໃນການຄວບຄຸມການລະບາດຂອງພະຍາດດັ່ງກ່າວໃນບັ້ນທີໜຶ່ງ, ລັດຖະບານໄດ້ມີການເປີດໂຄງການ “ລາວທ່ຽວ ລາວ” ເພື່ອສົ່ງເສີມການທ່ອງ ທ່ຽວພາຍໃນທັງເປັນການກະຕຸ້ນເສດຖະກິດການທ່ອງທ່ຽວໃຫ້ຟື້ນຄືນໃນເງື່ອນໄຂໃໝ່ທີ່ເປັນການທ່ອງທ່ຽວລາວ ພ້ອມທັງປ້ອງກັນພະຍາດໂຄວິດ-19 ແລະ ໃນປັດຈຸບັນການເປີດນຳ ໃຊ້ທາງດ່ວນນະຄອນຫຼວງວຽງ ຈັນ – ວັງວຽງ ໄດ້ເຮັດໃຫ້ນັກ ທ່ອງທ່ຽວຄົນລາວໄປທ່ຽວເມືອງວັງວຽງ ແຂວງວຽງຈັນ ຫຼາຍຂຶ້ນເກືອບເທົ່າກັບຈໍານວນນັກທ່ອງທ່ຽວທີ່ໄປທ່ຽວ ໃນໄລຍະກ່ອນການລະບາດຂອງພະຍາດໂຄວິດ-19 ຊຶ່ງຖືໄດ້ວ່າເປັນການກະຕຸກຊຸກຍູ້ໂຄງການ “ລາວທ່ຽວລາວ” ເຮັດໃຫ້ການທ່ອງທ່ຽວແຂວງວຽງຈັນ ໂດຍສະເພາະເມືອງວັງ ວຽງນັບມື້ດີຂຶ້ນ.

ໂອກາດມາເຂົ້າຮ່ວມກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝທີ່ໄດ້ຈັດ ຂຶ້ນລະຫວ່າງວັນທີ 7-8 ມັງ ກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າ ແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນວ່າ: ການ ທ່ອງທ່ຽວຢູ່ແຂວງວຽງຈັນ ໃນໄລຍະຜ່ານ ມາມີນັກທ່ອງທ່ຽວຄົນຕ່າງປະ ເທດ ແລະ ນັກທ່ອງທ່ຽວຄົນ ລາວ, ແຕ່ພໍມີພະຍາດໂຄວິດ-19 ແຜ່ລະບາດໄປທົ່ວໂລກ ເຮັດໃຫ້ບໍ່ມີນັກທ່ອງທ່ຽວຄົນ ຕ່າງປະເທດມາທ່ອງທ່ຽວລາວ ເວົ້າລວມ, ເວົ້າສະເພາະແມ່ນ ການທ່ອງທ່ຽວຢູ່ ແຂວງ ວຽງ ຈັນ ກໍບໍ່ມີນັກທ່ອງທ່ຽວຄົນ ຕ່າງ ປະເທດເຂົ້າມາທ່ຽວ. ພາຍຫຼັງລາວມີຜົນສຳເລັດ ໃນ ການປ້ອງກັນ, ຄວບຄຸມການລະບາດຂອງ ພະຍາດໂຄວິດ-19 ໃນບັ້ນ ທີໜຶ່ງເຮັດໃຫ້ສາມາດເປີດ ການໄປມາຫາສູ່ກັນ ໄດ້ພາຍ ໃນປະເທດ, ລັດຖະບານໄດ້ມີໂຄງການ “ລາວທ່ຽວລາວ” ເພື່ອເປັນການສົ່ງເສີມການ ທ່ອງທ່ຽວພາຍໃນທັງເປັນ ການກະຕຸ້ນເສດຖະກິດການ ທ່ອງທ່ຽວໃຫ້ຟື້ນຄືນແນໃສ່ເຮັດໃຫ້ທຸລະກິດ ໃນຂະແໜງການບໍລິການ-ການທ່ອງທ່ຽວໄດ້ຟື້ນຄືນ, ສະເພາະແຂວງວຽງຈັນກໍຄືເມືອງວັງວຽງໄດ້ມີນັກທ່ອງທ່ຽວລາວໄປທ່ຽວຫຼາຍຂຶ້ນ ພໍສົມຄວນ ຊຶ່ງການທ່ອງທ່ຽວແມ່ນຕາມເງື່ອນໄຂໃໝ່ສະພາບການໃໝ່ທ່ອງທ່ຽວໃນແບບເນັ້ນທ່ຽວຊົມທຳມະຊາດຕິດພັນກັບການປະ ຕິບັດມາດຕະການປ້ອງກັນພະ ຍາດໂຄວິດ-19 ຊຶ່ງທາງອຳ ນາດການປົກຄອງແຂວງ ແລະ ເມືອງກໍໄດ້ແຈ້ງໄປຫາຫົວໜ່ວຍ ການບໍລິການ-ການທ່ອງທ່ຽວຕ່າງໆໃຫ້ລະວັງຢ່າງຈິງຈັງ ໂດຍ ມອບໃຫ້ຄະນະສະເພາະກິດ ຂັ້ນແຂວງ ແລະ ຂັ້ນເມືອງໃນການປ້ອງກັນ, ຄວບຄຸມການລະ ບາດຂອງພະຍາດໂຄວິດ-19 ບໍ່ໃຫ້ມີການຊຸມແຊວເກີນຂອບເຂດ, ໄດ້ຈັດສັນບ້ານພັກ ແລະ ຮ້ານອາຫານໃຫ້ບໍລິ ການຕາມເງື່ອນໄຂ ໃນການ ເປີດບໍລິການ ພ້ອມທັງປ້ອງກັນພະຍາດໂຄວິດ-19, ສ່ວນຮ້ານບັນເທີງຕ່າງໆແມ່ນໄດ້ສັ່ງປິດການບໍລິການຊົ່ວຄາວ.

ແຕ່ເຖິງແນວໃດກໍຕາມ, ການທ່ອງທ່ຽວຢູ່ແຂວງວຽງຈັນ ສາມາດສະ ຫຼຸບໄດ້ໃນປີຜ່ານມາມີນັກທ່ອງທ່ຽວຄົນລາວ ມາທ່ຽວແມ່ນ 390.981 ເທື່ອຄົນ, ເທົ່າກັບ 51% ຂອງແຜນການທີ່ກໍານົດ ໄວ້ ໃນຈໍານວນ 761.381 ເທື່ອ ຄົນ ແຕ່ມາຮອດປັດຈຸບັນ,ການ ເປີດນຳໃຊ້ທາງດ່ວນນະຄອນ ຫຼວງວຽງຈັນ – ວັງວຽງ, ແຂວງວຽງຈັນ ໄດ້ເຮັດໃຫ້ນັກທ່ອງທ່ຽວຄົນລາວ ໄປທ່ອງທ່ຽວຢູ່ແຂວງວຽງຈັນ ໂດຍສະເພາະໄປທ່ຽວເມືອງວັງວຽງຫຼາຍພໍສົມ ຄວນ ແລະ ໃນວັນເສົາ – ວັນອາ ທິດກໍຫຼາຍຂຶ້ນອັນໄດ້ປະກອບ ສ່ວນ ເຮັດໃຫ້ປະຊາຊົນ ແລະ ຫົວໜ່ວຍການບໍລິການ-ການທ່ອງທ່ຽວໄດ້ມີລາຍຮັບດີຂຶ້ນ ເກືອບເທົ່າກັບກ່ອນມີການລະ ບາດຂອງພະຍາດໂຄວິດ-19 ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນແຂວງວຽງຈັນກໍຄືປະຊາຊົນຊາວເມືອງວັງວຽງໄດ້ຮັບການຟື້ນຟູດ້ານເສດຖະກິດດີຂຶ້ນ.

ສັງລວມແລ້ວ, ທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ພາຍຫຼັງເປີດການນໍາໃຊ້ໃນໄລຍະ 1 ເດືອນກວ່າໄດ້ມີສ່ວນຮ່ວມຊ່ວຍໃນການກະຕຸກຊຸກຍູ້ໂຄງການ “ລາວທ່ຽວລາວ” ເຮັດໃຫ້ການທ່ອງທ່ຽວພາຍໃນ ປະເທດນັບມື້ດີຂຶ້ນ ໂດຍສະ ເພາະການທ່ອງທ່ຽວຂອງແຂວງ ວຽງຈັນ ເວົ້າລວມ, ເວົ້າສະເພາະແມ່ນການທ່ອງທ່ຽວຂອງເມືອງ ວັງວຽງ ໃນເງື່ອນໄຂໃໝ່ສະພາບ ການໃໝ່ ພາຍໃຕ້ການທ່ອງທ່ຽວ ທີ່ຕິດພັນກັບການປ້ອງກັນພະ ຍາດໂຄວິດ-19 ອັນເປັນການປະກອບສ່ວນເຮັດໃຫ້ການຟື້ນ ຟູເສດຖະກິດການທ່ອງທ່ຽວທີ່ ຖືກຜົນກະທົບຈາກການລະ ບາດຂອງພະຍາດດັ່ງກ່າວ ໄດ້ ມີບາດກ້າວດີຂຶ້ນປະກອບສ່ວນ ເຮັດໃຫ້ປະຊາຊົນ ແລະ ຫົວ ໜ່ວຍທຸລະກິດການບໍລິການ-ການທ່ອງທ່ຽວສາມາດຟື້ນຄືນໄດ້ຕາມແນວທາງນະໂຍບາຍຂອງພັກ ແລະ ລັດ.
