ຮອດມື້ນີ້ເປັນເວລາ 2 ເດືອນເຕັມໆທີ່ຄະນະພະສົງ ຈາກວັດອຳພາພອນອອກທຸດົງສູ່ແຂວງຫຼວງພະບາງ ເຊິ່ງມື້ນີ້ມາຮອດນະຄອນຫຼວງວຽງຈັນແລ້ວ ແລະນອນພັກທີ່ວັດທາດຫຼວງກາບໄຫວ້ພະທາດຫຼວງວຽງຈັນກ່ອນອອກເດີນທາງຕໍ່ໄປຍັງຈຸດໝາຍທີ່ເມືອງມໍລະດົກໂລກ.

ພະອາຈານສົມຄວນ ທຳມະວົງສາ ໃຫ້ຮູ້ວ່າ: ຄະນະສົງຍ່າງຈາຣິກທຸດົງ, ບູຊາພະລັດຕະນະໄຕ, ບູຊາແຜ່ນດິນລາວ ຄືນນີ້ຂໍຂາບໄຫວ້ຂໍພອນອົງພະທາດຫລວງວຽງຈັນ, ພັກຈຳວັດ.ທີ່ ວັດທາດຫລວງໃຕ້ ບ້ານທາດຫລວງໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ… ຫຼັງຈາກທີ່ໄດ້ອອກເດີນທາງມາຈາກວັດອຳພາພອນ ບ້ານວັງໂຄນຄຳ ເມືອງຊົນະບູລີ

ແຂວງສະຫວັນະເຂດ ເຊິ່ງກ່ອນໜ້ານີ້ເຄີຍທຸດົງແຕ່ແຂວງສະຫວັນນະເຂດມາຍັງນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານຊາປານະກິດຂອງ ພຣະມະຫາງອນດຳລົງບຸນ ຕອນນີ້ພວກເພິ່ນກຳລັງຈາຣິກທຸດົງ(ຍ່າງ)ໄປຍັງແຂວງຫຼວງພະບາງ ຖ້າຊາວພຸດທະສາສະໜາຮ່ວມໃສ່ບາດເພິ່ນລະຫວ່າງທາງຄົງເປັນບຸນໜັກແລ!

ຄະນະສົງນຳໂດຍ ພະອາຈານ ສົມຄວນ ທຳມະວົງສາ ພ້ອມສຳມະເນນອີກ 11 ອົງ ໄດ້ເລີ່ມອອກເດີນທາງແຕ່ວັນທີ 9 ພະຈິກ 2020 ນີ້ ຈາກວັດອຳພາພອນ ເພື່ອໄປຫາເປົ້າໝາຍປາຍທາງ.’

ສຳລັບເສັ້ນທາງທີ່ຄະນະສົງຈະທຸລະດົງຜ່ານແມ່ນມີ ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ ແລະສິ້ນສຸດປາຍທາງທີ່ຫຼວງພະບາງ.ການຍ່າງຈາຣິກທຸດົງ ຂອງຄະນະສົງຄັ້ງນີ້ແມ່ນເພື່ອ ບູຊາພະລັດຕະນະໄຕ ຄື ພະພຸດທະເຈົ້າ,ພະທຳມະເຈົ້າ,ພະສັງຄະເຈົ້າ,ບູຊາແຜ່ນດິນລາວທີ່ໄດ້ພັກພາອາໄສ.

ບຸນກຸສົນທີ່ເກີດຈາກການຍ່າງຈາຣິກທຸດົງໃນເທື່ອນີ້,ຂໍອຸທິດສ່ວນບຸນສ່ວນກຸສົນໃຫ້ແດ່ວີລະບຸລຸດ,ວິລະສະຕີໃນຜືນແຜ່ນດິນລາວ,ແລະສັບພະສັດທັງຫຼາຍໂດຍບໍ່ມີປະມານຈົ່ງມີ

ສ່ວນແຫ່ງບຸນໃນເທື່ອນີ້ດ້ວຍໄດ້ພະນິບພານດ້ວຍກັນທຸກທ່ານດ້ວຍເຖີດຂໍໃຫ້ທຸກທ່ານຈົ່ງພົບພຣະນິບພານທຸກທ່ານເທີ້ນ.ແຜ່ເມດຕາຈິດແດ່ບິດາມານດາຄູອຸປັດຊາອາຈານແລະສັບພະສັດທັງຫລາຍທັງປວງໄດ້ບໍຣົມມະສຸກທຸກທ່ານເທິ້ນ.
