ຍີ່ປຸ່ນ ປະກາດສະພາວະສຸກເສີນເປັນເວລາ1ເດືອນ ຕາມຂ່າວຈາກ ໂຕກຽວ, ລັດຖະບານ ຍີ່ປຸ່ນ ຈະປະກາດ ສະພາວະສຸກເສີນ ໃນນະຄອນຫລວງ ໂຕກຽວ ແລະ ອີກ 3

ແຂວງອ້ອມຮອບຄື: ໄຊຕາມະ,ຄານາງາວະ ແລະ ຊິບະ ເປັນເວລາ 1ເດືອນ ເລີ່ມແຕ່ ວັນທີ8 ມັງກອນ ຫາວັນທີ7 ກຸມພາປີນີ້ ເພື່ອຮັບມືກັບ ການແຜ່ລະບາດ ໂຄວິດ-19.

ຂະນະນີ້ ຍອດຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ເພີ່ມສູງຂຶ້ນ ທົ່ວປະ ເທດ ຍີ່ປຸ່ນ ລວມທັງ ນະຄອນໂອຊາກາ ມີຜູ້ຕິດເຊື້ອລາຍໃໝ່ ເພີ່ມຂຶ້ນ 560ຄົນ ແລະ ຮອກໄກໂດ ມີຜູ້ຕິດເຊື້ອ ເພີ່ມອີກ 100ຄົນ ເປັນຄັ້ງທຳອິດ ໃນຮອບອາທິດນີ້