ແນ່ນອນຄົນເຮົາລ້ວນແຕ່ມີຂໍ້ເສຍໃນຕົວທັງນັ້ນລະ ບໍ່ມີໃຜຈະເຝີເຟັກສົມບູນ 100% ຢ່າລືມວ່າຄົນທຸກມີຂໍ້ເສຍຕ່າງກັນໃນຕົວສະເໝີ
ບາງຄົນອາດມີຫຼາຍ ມີໜ້ອຍ ຄົນຮອບຂ້າງຍອມຮັບໄດ້ ແລະ ຍອມຮັບບໍ່ໄດ້ໃນຂໍ້ເສຍຂອງຄົນນັ້ນໆບາງຄັ້ງຖ້າເຮັດໄດ້ເຮົາຕ້ອງປ່ອຍວາງ ຢ່າພະຍາຍາມໃສ່ໃຈໃຫ້ມັນຫຼາຍ

ຢ່າເກັບມາຄິດຈົນຫຼາຍເກີນໄປເມື່ອເຮົາມີຂໍ້ເສຍໃນຕົວເຮົາ ແມ້ກະທັງແຟນ ແລະ ໝູ່ ຍັງຄົບ ຍັງຮັກເຮົາຢູ່ ຄົນໆນັ້ນທີ່ສຸດ ຄືຄົນທີ່ຍອມຮັບໄດ້ໃນຂໍ້ເສຍຂອງເຮົາ ຫຼື ເວົ້າຢ່າງໜື່ງວ່າ ເຂົາຮັກເຮົາແທ້ ຍອມໃຫ້ອະໄພສະເໝີ
ຖ້າພົບຄົນແບບນີ້ໃນຊີວິດ ເຮົາຄວນຮັກສາໄວ້ໃຫ້ດີ ເພາະຫາໄດ້ຍາກ ຄົນທີ່ຈະຍອມຮັບຂໍ້ເສຍໃນຕົວເຮົາໄດ້ ບໍ່ວ່າຈະເປັນ ການກະທຳ ຄຳເວົ້າເປັນຕົ້ນເພາະຄວາມສຳພັນທຸກຢ່າງ ບໍ່ວ່າຈະເປັນຄົນຮັກ ແລະ ໝູ່ ຈະຍືດຍາວໄດ້ນັ້ນ ຄົນໃດໜື່ງກໍຕ້ອງຍອມຮັບຂໍ້ເສຍຂອງອີກຝ່າຍໃຫ້ໄດ້
ແຕ່ຢ່າລືມວ່າຫາກເຮົາມີຂໍ້ເສຍໃນຕົວແລ້ວ ເຮົາກໍຄວນປັບປຸງຕົວ ຢ່າເຫັນວ່າຄົນອື່ນຮັບໄດ້ລະບໍ່ຍອມປັບປຸງຕົວເອງ ບໍ່ແຄ ບໍ່ສົນໃຈເຂົາ ເຮົາຕ້ອງປັບປຸງຕົວເອງແນ່ ເພື່ອຄົນທີ່ເຮົາຮັກ
ເຮົາຄວນສຳນືກໄດ້ເອງແນ່ ຄິດເຖີງໃຈເຂົາ ໃຈເຮົາ ເຮົາເຮັດລະມັນດີຕໍ່ເຮົາ ແລະ ເຂົາຫຼືບໍ່ ຄວນຄຳນືງໄວ້ໃຫ້ດີໆ.
ອ່ານແລ້ວສາມາດແບ່ງປັນໃຫ້ຄົນອື່ນໄດ້ອ່ານນຳດ້ວຍການກົດແຊຣ໌.