ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງວ່າມີຍິງສາວໄວລຸ່ນອາຍຸ16ປີຖືກຂັງໄວ້ໃນຫ້ອງເຊົ່າ ໂດຍລັອກກະແຈໄວ້ທາງນອກ ນາງຮ້ອງຜ່ານຈາກປ່ອງຢ້ຽມເພື່ອຂໍຄວາມຊ່ວຍເຫຼືອ ມີຮ່ອງຮອຍຖືກທຳຮ້າຍ ພາຍໃນຫ້ອງເຊົ່າແຫ່ງໜຶ່ງໃນປະເທດໄທ.

ຢູ່ໃກ້ຫ້ອງເຊົ່າພາຍໃນຫ້ອງເຈົ້າໜ້າທີ່ພົບ ນາງ ຊີ(ນາມສົມມຸດ) ອາຍຸ16ປີ ສະພາບອິດເມື່ອຍ ມີຮອຍເລືອດຕິດຢູ່ເທິງແຂນເທິງຂາ ມີບາດແຜບໍລິເວນຂໍ້ມືເບື້ອງຊ້າຍຈຳນວນ2ບາດແຜຍາວ

ປະມານ 2Cm ດ້ານຫຼັງມີຮອຍຂຽວຊ້ຳຈຳນວນຫຼາຍ ສ່ວນພາຍໃນຫ້ອງມີເສດແກ້ວແຕກແລະເລືອດໄຫຼຢອດຕາມຫ້ອງ.
ນາງ ຊີ ເລົ່າໃຫ້ຟັງວ່າ ຕົນຖືກແມ່ແທ້ໆໃຊ້ສາຍແອວຟາດຕີແລະໃຊ້ແວ່ນໃນຫ້ອງນ້ຳຕີຈົນໄດ້ຮັບບາດເຈັບ

ສາເຫດມາຈາກແມ່ລະແວງວ່າຕົນຈະເຮັດສະເໜ່ໃສ່ພໍ່ລ້ຽງໃຫ້ຫຼົງຮັກ ເຊິ່ງບໍ່ຮູ້ວ່າແມ່ເອົາຄວາມຄິດນີ້ມາແຕ່ໃສ ແລະ ພໍ່ລ້ຽງກັບແມ່ກໍ່ເກັບເຄື່ອງອອກຈາກຫ້ອງໄປພ້ອມທັງລັອກກະແຈຂັງໄວ້ເຈົ້າໜ້າທີ່ຕຳຫຼວດເຜີຍວ່າ ນາງ ຊີ ບໍ່ເອົາເລື່ອງກັບຜູ້ເປັນແມ່ເພາະທັງຊີວິດຍັງເຫຼືອນຳກັນແຕ່ສອງຄົນແມ່ລູກ ຫຼັງຈາກອອກໂຮງໝໍຈະຍ້າຍໄປພັກອາໄສຢູ່ນຳໝູ່ຊົ່ວຄາວກ່ອນສ່ວນຜູ້ເປັນແມ່ແມ່ນຍັງບໍ່ທັນໄດ້ເຂົ້າມາພົບພະນັກງານສອບສວນເພື່ອໃຫ້ຂໍ້ມູນ ຈຶ່ງຍັງບໍ່ໄດ້ເປັນຄະດີຄວາມແຈ້ງຂໍ້ກ່າວຫາອັນໃດໄດ້.