
ໃນອາທິດທໍາອິດ ຂອງປີ 2021, ທີມງານເກັບກູ້ລະເບີດທີ່ໄດ້ຮັບທືນສະໜັບສະໜູນຈາກທາງ 🇬🇧ລັດຖະບານ ອັງກິດ ໃນແຂວງ ຄໍາມ່ວນ ພົບເຫັນ💣ລະເບີດໃຫ່ຍຂະໜາດ 500 ປອນ ຫຼື 227 ກິໂລ ໃນຂະນະທີ່ກວດກູ້ເນື້ອທີ່ດີນເພື່ອການຜະລິດກະສິກຳທີ່ບ້ານ ສ້າງປຸ່ງບອນ, ລະເບີດດັ່ງກ່າວຢູ່ຫ່າງຈາກທາງຫຼວງແຫ່ງຊາດອອກສູ່ຫວຽດນາມ 300 ແມັດ ແລະ ຫ່າງຈາກບ້ານດັ່ງກ່າວ 800 ແມັດ.

ທີມງານໄດ້ເປິດເນື້ອທີ່ດີນ ແລະ ກວດສອບລະເບີດດັ່ງກ່າວເຫັນວ່າມີ ມີຄວາມປອດໄພ ແລະ ໄດ້ເຄື່ອນຍ້າຍລະເບີດດັ່ງກ່າວໄປເຂດທີ່ກຳນົດໄວ້ເພື່ອ💥ການທໍາລາຍຢ່າງປອດໄພ.
