ແມ່ຍິງຊາວອັງກິດທີ່ເຫັນແມ່ສິ້ນໃຈລົງຕໍ່ໜ້າ ຂະນະປິ່ນປົວພະຍາດໂຄວິດ-19 ຢູ່ໂຮງໝໍ, ຮຽກຮ້ອງໃຫ້ທຸກຄົນປະຕິບັດຕາມມາດຕະການປ້ອງກັນ ແລະ ເຝົ້າລະວັງພະຍາດໂຄວິດ-19.

ນາງ ມາເຣຍ ຣິໂກ ອາຍຸ 76 ປີ ຈາກລັດເລສເຕີເຊຍ ຖອດໜ້າກາກອົກຊີອອກ ເພື່ອໂອ້ລົມກັບລູກສາວ 2 ຄົນເປັນຄັ້ງສຸດທ້າຍ ເຖິງຈະຮູ້ດີວ່າມັນຈະເຮັດໃຫ້ນາງໄປສູ່ຄວາມຕາຍໄວຂຶ້ນ.
ນາງ ແອນາເບລ ຊາມາ ບອກວ່າຕອນນັ້ນລາວຮູ້ສຶກ “ຫົວໃຈສະຫລາຍ” ແຕ່ຍັງຮູ້ສຶກດີທີ່ແມ່ບໍ່ໄດ້ເສຍຊີວິດຢ່າງດຽວດາຍ, ພ້ອມເປີດເຜີຍຮູບພາບທີ່ບອກເລົ່າເຫດການນີ້ ເພື່ອໃຫ້ທຸກຄົນໄດ້ເນັ້ນໜັກເຖິງອັນຕະລາຍຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່.

ນາງ ຊາມາ ເລົ່າວ່າ: ແມ່ຂອງລາວສິ້ນໃຈລົງ ຫລັງຈາກຖອດໜ້າກາກອົກຊີອອກໄດ້ປະມານເຄິ່ງຊົ່ວໂມງ.
“ແມ່ຂໍໃຫ້ທ່ານໝໍຖອດໜ້າກາກອົກຊີອອກ ແລະ ທ່ານໝໍບອກວ່າ: ເມື່ອເຈົ້າຖອດມັນອອກ ເຈົ້າຈະເຫລືອເວລາອີກບໍ່ດົນ”.
“ແມ່ເວົ້າວ່າ: ຂ້ອຍຮູ້ ແຕ່ຂ້ອຍທົນມາພໍແລ້ວ”. ລູກສາວອາຍຸ 49 ປີເລົ່າ.
“ແມ່ບອກວ່າແມ່ບໍ່ຢ້ານຕາຍ ແມ່ພ້ອມແລ້ວ ແມ່ບອກຂ້ອຍວ່າຂ້ອຍຕ້ອງສູ້ໃຫ້ເຖິງທີ່ສຸດ ເພາະຂ້ອຍຍັງມີລູກໆຢູ່ເຮືອນ” ນາງ ຊາມາ ເລົ່າ.
ໃນຕອນນັ້ນ, ນາງ ຊູຊານາ ນ້ອງສາວຂອງນາງ ຊາມາ ໄດ້ຮັບອະນຸຍາດໃຫ້ເຂົ້າໄປຫາແມ່ນຳ ໂດຍໃສ່ຊຸດ ແລະ ອຸປະກອນປ້ອງກັນການຕິດເຊື້ອ PPE.

“ຂ້ອຍຈັບມືແມ່ໄວ້ຈົນລົມຫາຍໃຈສຸດທ້າຍຂອງທ່ານ” ນາງ ຊູຊານາ ເລົ່າ.
“ມັນເຮັດໃຫ້ຂ້ອຍຮູ້ສຶກສະບາຍໃຈທີ່ໄດ້ຢູ່ກັບແມ່ (ໃນວາລະສຸດທ້າຍ) ແລະ ຂ້ອຍຮູ້ວ່າມັນເຮັດໃຫ້ແມ່ໄປສະບາຍເຊັ່ນກັນ”.
ນາງ ຣິໂກ ອາໄສຢູ່ເຮືອນຫລັງດຽວກັບນາງ ຊາມາ ແລະ ຄອບຄົວຂອງນາງ ເຊິ່ງປະກອບມີຜົວ ແລະ ລູກຊາຍ 3 ຄົນຄື: ທ້າວ ໂນອາ ອາຍຸ 10 ປີ, ທ້າວ ໄອແຊກ ອາຍຸ 12 ປີ ແລະ ທ້າວ ເຈຄອບ ອາຍຸ 22 ປີ.
ນາງ ຊາມາ ເຊື່ອວ່າລູກຊາຍຄົນໜຶ່ງຂອງນາງຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຢູ່ໂຮງຮຽນ ແລ້ວແຜ່ເຊື້ອສູ່ຄົນໃນຄອບຄົວຢ່າງວ່ອງໄວຈົນ “ເປັນຕາຢ້ານ”.
“ຂ້ອຍຢາກຮ້ອງຂໍໃຫ້ທຸກຄົນປະຕິບັດຕາມມາດຕະການປ້ອງກັນ ແລະ ເຝົ້າລະວັງພະຍາດຕ່າງໆ ແລະ ຄິດຮອດຜູ້ອື່ນນຳ” ນາງ ຊາມາ ກ່າວ.
ຫລັງຈາກຕິດເຊື້ອພະຍາດໂຄວິດ-19 ນາງ ຊາມາ ແລະ ແມ່ຂອງນາງເຂົ້າຮັບການປິ່ນປົວຢູ່ໂຮງໝໍໃນເມືອງເລສເຕີ ພ້ອມກັນໃນເດືອນຕຸລາ, ຈາກນັ້ນ ນາງ ຣິໂກ ໄດ້ເສຍຊີວິດໃນວັນທີ 1 ພະຈິກຜ່ານມາ ໂດຍນາງ ຊາມາ ບໍ່ສາມາດໄປຮ່ວມງານສົບຂອງແມ່ໄດ້ ແລະ ຕ້ອງເບິ່ງການຖ່າຍທອດສົດຢູ່ໂຮງໝໍ.

“ແມ່ຮູ້ດີວ່າຈະເກີດຫຍັງຂຶ້ນ ແລະ ແມ່ຮູ້ຕົວວ່າທ່ານຈະບໍ່ເຊົາຈາກການຕິດເຊື້ອຄັ້ງນີ້ ແລະ ທ່ານໄດ້ຮັບການປິ່ນປົວມາພໍແລ້ວ” ນາງ ຊາມາ ເລົ່າໃນຂະນະທີ່ຕົນເອງຍັງຕ້ອງຮັບການປິ່ນປົວດ້ວຍອົກຊີ ເພາະປອດທັງສອງເບື້ອງຂອງນາງໄດ້ຮັບຄວາມເສຍຫາຍຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່.