ອັງກິດ ປະກາດລ໊ອກດາວໃໝ່ອີກ ຫຼັງຜູ້ຕິດເຊື້ອໂຄວິດໃໝ່ ເພີ່ມຂຶ້ນສູງຫຼາຍ ຄົນເຈັບໃນໂຮງໝໍລົ້ນ

ໃນວັນທີ 5 ມັງກອນ 2021 ນາຍົກລັດຖະມົນຕີຂອງອັງກິດ ໄດ້ປະກາດລ໊ອກດາວປະເທດອັງກິດອີກຄັ້ງໃໝ່ ໂດຍໃຊ້ມາດຕະການປິດເມືອງທົ່ວປະເທດ ເພື່ອສະກັດການລະບາດຂອງພະຍາດໂຄວິດ-19, ພາຍຫຼັງໃນຮອບ 7 ວັນຜ່ານມາ ພົບຜູ້ຕິດເຊື້ອລາຍໃໝ່ສະເລ່ຍຫຼາຍກວ່າ 55.000 ຄົນຕໍ່ວັນ ແລະ

ຕັ້ງແຕ່ຫຼັງເທດສະການຄຣິດມາສ ໂຮງໝໍທົ່ວອັງກິດມີຄົນເຈັບເຂົ້າຮັບການຮັກສາເພີ່ມຂຶ້ນ 50% ໂດຍປະມານ 30% ຂອງຕຽງຄົນເຈັບທັງໝົດທີ່ມີໃນລະບົບສາທາລະນະສຸກ ປັດຈຸບັນຕ້ອງໃຊ້ເພື່ອຮອງຮັບຄົນເຈັບໂຄວິດ-19.

ໄລຍະ 2-3 ວັນຜ່ານມາ ລົດສຸກເສີນຕໍ່ລໍຄີວຍາວເພາະຕຽງບໍ່ວ່າງ ໂດຍໄດ້ເປີດສູນຮອງຮັບຄົນເຈັບເພີ່ມ ແລະ ປະກາດລ໊ອກດາວ ໃຫ້ປະຊາຊົນຢູ່ແຕ່ໃນບ້ານ ແລະ ອອກໄດ້ສະເພາະເຫດຈຳເປັນ ຫຼື ສຸກເສີນ.
