ລັດຖະບານແຫ່ງສປປ ລາວ ເລັ່ງແກ້ໄຂບັນຫາເລື່ອງ ພະນັກງານເຫຼືອບໍ່ພໍ (ໝາຍຄວາມວ່າມີພະນັກງານ ຫຼາຍ ແຕ່ບໍ່ມີຄຸນນະພາບ) ໂດຍເນັ້ນໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນໃນການຮັບເອົາພະນັກງານ ເຂົ້າເປັນລັດຖະກອນໃໝ່ນັ້ນ ແມ່ນຫ້າມເດັດຂາດບໍ່ໃຫ້ເອົາອາສາສະໝັກເຂົ້າເປັນລັດຖະກອນ ຫຼື ເຂົ້າເປັນພະນັກງານລັດ

ໂດຍບໍ່ໄດ້ຜ່ານການສອບເສັງຄັດເລືອກບົນພື້ນຖານຕໍາແໜ່ງງານວ່າງ ແລະ ວິຊາສະເພາະທີ່ຕ້ອງການໃນກົງຈັກການຈັດຕັ້ງ ແລະ ໃຫ້ບັນຈຸເຂົ້າໃສ່ໃນເຂດຫ່າງໄກສອກຫຼີກ,

ນອກຈາກນີ້ຫ້າມຮັບເອົາພະນັກງານຕາມສັນຍາ ຕື່ມ.ສະເພາະຕົວເລກລັດຖະກອນໃໝ່ສໍາລັບປີ 2021, ນາຍົກລັດຖະມົນຕີໄດ້ອອກຂໍ້ຕົກລົງເມື່ອບໍ່ດົນມາ ນີ້, ເຫັນວ່າຕົວ

ເລກຮັບລັດຖະກອນໃໝ່ ປີ 2021 ນີ້ໄດ້ຫຼຸດລົງຖ້າທຽບກັບທຸກໆປີທີ່ຜ່ານມາ ຊຶ່ງມີຈໍານວນ 1.600 ຄົນ ໂດຍທີ່ກະຊວງສຶກສາ ແລະ ກິລາໄດ້ຮັບຕົວເລກລັດຖະກອນໃໝ່ຫຼາຍ ທີ່ສຸດຄື 530 ຄົນ, ຮອງລົງມາແມ່ນ ກະຊວງສາທາ ລະນະສຸກ ມີ 301 ຄົນ.